ດີໃຈນຳ! ນ້ອງນັກຮຽນບ້ານກັນດອນ ເມືອງ ທ່າແຕງ ໄດ້ອາຄານຮຽນຫຼັງໃໝ່ແລ້ວ

124

ໃນວັນທີ 7 ມັງກອນ 2020 ຜ່ານມາ, ທີ່ບ້ານກັນດອນ ເມືອງ ທ່າແຕງ ແຂວງ ເຊກອງ ໄດ້ມີພິທີມອບ-ຮັບໂຮງຮຽນປະຖົມສົມບູນຫຼັງໃໝ່ ບ້ານກັນດອນຂຶ້ນ ລະຫວ່າງ ທ່ານ ມີຊາເອວເດືອກ ປະທານໃຫຍ່ມູນນິທິສະມິດປະເທດເຢຍລະມັນ ເປັນຜູ້ມອບ ແລະ ທ່ານ ອຸດົມໄຊ ດອມສະຫວັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທ່າແຕງເປັນຜູ້ຮັບ ໂດຍມີ ທ່ານ ຄຳຜາຍ ສຸນີວັນ ຄະນະພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ສຸກັນ ຈັນສີປະເສີດ ຫົວໜ້າຫ້ອງວ່າການປົກຄອງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະລາ ສຸລິນທອງ ຜູ້ອຳນວຍການໂຮງຮຽນປະຖົມສົມບູນບ້ານກັນດອນກ່າວວ່າ: ໂຮງຮຽນປະຖົມສົມບູນຫຼັງໃໝ່ບ້ານກັນດອນໃຊ້ເວລາການກໍ່ສ້າງທັງໝົດ 3 ເດືອນ ເຊິ່ງເປັນໂຄງສ້າງເບຕົງເສີມເຫຼັກຖາວອນຊັ້ນດຽວມຸງດ້ວຍກະເບື້ອງ, ມີລວງຍາວ 21 ແມັດ, ກວ້າງ 8 ແມັດ, ມີ 3 ຫ້ອງຮຽນ ແລະ 2 ຫ້ອງນໍ້າ ປະກອບດ້ວຍເຟິນີເຈີຄົບຊຸດລວມມູນຄ່າກໍ່ສ້າງທັງໝົດ 169 ລ້ານກ່ວາກີບ ເຊິ່ງແມ່ນໂຄງການສະມາຄົມເຢຍລະມັນ-ລາວເປັນຜູ້ສະໜອງທຶນ.

ໂອກາດນີ້, ທ່ານ ມີຊາເອວເດືອກ ປະທານໃຫ່ຍມູນນິທິສະມິດ ໄດ້ມອບອຸປະກອນກິລາໃຫ້ແກ່ໂຮງຮຽນຕື່ມອີກ, ຂະນະດຽວກັນຕາງໜ້າການນໍາຂອງເມືອງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ຜູ້ໃຫ້ທຶນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມເພື່ອຮັບປະກັນຄຸນນະພາບການຮຽນ-ການສອນໃຫ້ດີຂຶ້ນເທື່ອລະກ້າວ.

ທີ່ມາ: ຂ່າວເມືອງທ່າແຕງ