ຍ້ອນສາ​ເຫດ​​ໃດ​ຈຶ່ງ​ເຮັດ​ໃຫ້​ຄົນ​ເຮົາ​ໂກນ

208

ການ​ນອນ​​ໂກນ​ເປັນ​ເລື່ອງ​ຂອງ​ທຳມະຊາດ​ຢ່າງ​ໜຶ່ງ ແຕ່​ດ້ວຍ​ຄວາມ​ກ້າວ​ໜ້າ​ທາງ​ການ​ແພດເຮັດໃຫ້​ຮັບ​ຮູ້​ວ່າ: ການນອນ​​ໂກນມີ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ຕົນເອງ ແລະ ​ຄົນ​ໃກ້​ຊິດ​ຫຼາຍຢ່າງ. ​ເຊິ່ງຈະ​ຮູ້​ໄດ້​ຢ່າງໃດ​ວ່າ​ເປັນ​ຄົນນອນ​​ໂກນ ເລື່ອງ​ນີ້​ງ່າຍ​ຫຼາຍ​ໆນັ້ນ​ຄືຖາມ​ຄົນ​ໃກ້​ຊິດ (ບໍ່​ວ່າ​ຈະ​ເປັນ, ຜົວ, ເມຍ, ​ລູກ, ຫຼານ​ ຫຼື ນ້ອງກກໍ່ໄດ້). ຖ້າ​ບໍ່​ເຊື່ອ​ກກໍ່ຄວນ​ໃຫ້​ຄົນ​ໃກ້​ຊິດ​ບັນ​ທຶກ​ສຽງ​ຂະນະ​ຫຼັບໄວ້​ເປີດ​ຟັງ​ໃນ​ເວລາ​ຕື່ນ​ນອນ​ວ່າ​ສຽງນອນ​​ໂກນຂອງ​ຕົນ​ລົບກວນ​ຄົນ​ອື່ນ​ຫຼາຍໃດ. ການ​ນອນ​​ໂກນ ແລະ ​ລົບກວນ​ຄົນ​ໃກ້​ຊິດ​ຫຼາຍ​ໜ້ອຍ​ຂະໜາດ​ໃດ ແລະ ​ເຮັດ​ຢ່າງໃດ​ເຖິງ​ຈະ​ບໍ່​ນອນ​ກົນ​ອີກ​ຕໍ່ໄປ​​.

ກ່ອນ​ອື່ນ​ຕ້ອງ​ຮູ້​ວ່າການ​ນອນ​ໂກນຄື​ຫຍັງ?

ນອນ​​ໂກນຄືຄວາມ​ຜິດ​ປົກກະຕິ​ຂອງ​ການ​ນອນມີ 2 ຊະນິດດັ່ງ​ນີ້:

ຊະນິດ​ບໍ່​ອັນຕະລາຍບໍ່​ເຮັດໃຫ້​ເກີດ​ຜົນ​ເສຍ​ຕໍ່​ສຸຂະພາບພຽງ​ແຕ່​ກໍ່​ຄວາມ​ລຳ​ຄານ​ໃຫ້​ຄົນ​ໃກ້​ຊິດ​ເທົ່າ​ນັ້ນ ​ແລະ ຊະນິດ​ອັນຕະລາຍນັ້ນ​ຄືຢຸດ​ຫາຍ​ໃຈ​ຂະນະ​ຫຼັບ. ​ເຊິ່ງ​ເນື່ອງ​ມາ​ຈາກ​ມີ​ການ​ອຸດ​ຕັນ​ຂອງ​ທາງເດີນ​ຫາຍ​ໃຈ​ຂະນະ​ຫຼັບ, ມີພາ​ວະ​ອຸດ​ຕັນ​ທາງເດີນ​ຫາຍ​ໃຈ​ສ່ວນ​ເທິງ ແລະ ​ລະບົບ​ປະສາດ​ສ່ວນ​ກາງ​ຜິດ​ປົກກະຕິ.

ສາມາດ​ສັງເກດ​ອາການ​ຕົນເອງ​ໄດ້​ຢ່າງໃດ?

ບາງເທື່ອ​ຄົນທີ່​ນອນ​​ໂກນບໍ່​ຮູ້ວ່າ​ມີ​ພາ​ວະ​ຢຸດ​ຫາຍ​ໃຈ​ຂະນະ​ຫຼັບ​ຮ່ວມ​ດ້ວຍ​ ຫຼື ​ບໍ່ ​ແລະ ອາດ​ໃຫ້​ຄົນ​ນອນ​ຂ້າງໆສັງເກດ​ວ່າ​ມີ​ອາການ​ເຫຼົ່າ​ນີ້​ ຫຼື​ ບໍ່.

1 ນອນ​​ໂກນ​ສຽງ​ດັງ.

2 ຮູ້ສຶກ​ນອນ​ບໍ່​ເຕັມ​ຕື່ນ, ອ່ອນ​ເພຍ​ຫຼັງ​ຕື່ນ​ນອນທັງ​ທີ່​ມີ​ເວລາ​ນອນ​ພຽງ​ພໍ.

3  ຕື່ນ​ນອນ​ຕອນ​ເຊົ້າ​ມີ​ອາການ​​ເຈັບຫົວ​ຮ່ວມ​ນຳ.

4 ຫາວ​ນອນ​ເລື້ອຍໆ, ຫຼັບ​ງ່າຍ​ໃນຕອນ​ກາງເວັນ, ຂະນະ​ເຮັດວຽກ, ຮຽນ​ໜັງສື ຫຼື ຈົນ​ເຖິງ​ຂັ້ນ​ມີ​ອັນຕະລາຍ​ເຊັ່ນ: ​ອຸປະຕິເຫດ​ກ່ຽວກັບ​ລົດ​ (ຫຼັບ​ໃນ) ຫຼື ອຸປະຕິເຫດ​ກ່ຽວກັບ​ເຄື່ອງ​ຈັກ​​ຕ່າງໆ.

5  ຄວາມ​ຄິດ​, ການ​ອ່ານ ຫຼື ຄວາມ​ສາມາດ​ໃນ​ການ​ຈົດ​ຈຳ​ຫຼຸດລົງ.

6  ຫງຸດ​ຫງິດ​ງ່າຍ ​ແລະ ອາລົມ​ເສຍ​ເລື້ອຍ​ກວ່າ​ປົກກະຕິ.

7  ໃນ​ເດັກ​ອາດ​ເຮັດໃຫ້​ມີ​ການ​ປ່ຽນ​ແປງຮ່າງກາຍ​ບໍ່​ແຂງ​ແຮງ ​ແລະ ຍ່ຽວ​ໃສ່​ບ່ອນນ​ອນ​ເປັນ​ປະຈຳ.

ຜູ້​ທີ່​ມີຄວາມ​ສ່ຽງ​ຕໍ່​ການ​ນອນ​ໂກນ:

ເພດ​ຊາຍ ນອນ​​ໂກນ​ປະ​ມານ​ 25%.

ເພດ​ຍິງ ນອນ​​ໂກນປະ​ມານ​ 15%.

ໃນ​ກຸ່ມ​ອາ​ຍຸ​ຫຼາຍກວ່າ 40 ປີ ເພດ​ຊາຍ​ນອນ​​ໂກນ​  50% ໃນ​ຂະນະ​ທີ່​ເພດ​ຍິງ​ນອນ​​ໂກນ​  40%.

ໃນ​ກຸ່ມ​ຄົນ​ທົ່ວ​ໄປ​ທີ່ນ​ອນ​​ໂກນພົບ​ວ່າ​  1% ​ແມ່ນຢຸດ​ຫາຍ​ໃຈ​ຂະນະ​ຫຼັບ ສຳລັບ​ໃນ​ກຸ່ມ​ຜູ້​ຊາຍ​ສູງ​ອາ​ຍຸ​ ແລະ ຄົນ​ຕຸ້ຍພົບ​ວ່າຢຸດ​ຫາຍ​ໃຈ​ຂະນະ​ຫຼັບ​​ເຖິງ 10%.