ຄວນຮູ້! 4ເງື່ອນໄຂທີ່ລັດກໍານົດໃນການນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າຈາກຕ່າງແດນ

141

ການນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຫາກເປົ້າໝາຍເພື່ອການຄ້າຕ້ອງໄດ້ຮັບອະນຸຍາດຈາກກົມລ້ຽງສັດ ແລະ ການປະມົງ, ສ່ວນການນໍາເຂົ້າເພື່ອບໍລິໂພກພາຍໃນຄອບຄົວແມ່ນບໍ່ໄດ້ຂໍອະນຸຍາດ, ແຕ່ທັງໝົດນີ້ຕ້ອງປະຕິບັດຕາມເງື່ອນໄຂການນໍາເຂົ້າ 4ຂໍ້.

ພາບປະກອບຂ່າວເທົ່ານັ້ນ

ກະຊວງກະສິກໍາ ແລະ ປ່າໄມ້(ກປ) ອອກຂໍ້ຕົກລົງ ສະບັບເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019 ວ່າດ້ວຍການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ, ໂດຍມີຈຸດປະສົງກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມການການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການເຂົ້າມາກໍ່ຕົວ, ແຜ່ກະຈາຍຂອງພະຍາດສັດນໍ້າ ຫຼື ການທໍາລາຍຈາກສັດນໍ້າຕ່າງແດນ ທີ່ເປັນອັນຕະລາຍຕໍ່ຊັບພະຍາກອນສັດນໍ້າພາຍໃນປະເທດ ແນໃສ່ປົກປ້ອງຊີວິດ, ສຸຂະພາບຂອງຄົນ, ສັດນໍ້າ, ພັນສັດນໍ້າພື້ນເມືອງ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດສັນຍາສຸຂານາໄມສັດ ແລະ ພືດ, ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ພາບປະກອບຂ່າວເທົ່ານັ້ນ

ທັງນີ້, ສໍາລັບການນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າທີ່ລະບຸໄວ້ໃນຂໍ້ຕົກລົງດັ່ງກ່າວ ເປັນຕົ້ນການອະນຸຍາດນໍາເຂົ້າ ຫາກມີເປົ້າໝາຍທາງການຄ້າ ຕ້ອງໄດ້ຮັບອະນຸຍາດຈາກກົມລ້ຽງສັດ ແລະ ການປະມົງ, ສ່ວນການນໍາເຂົ້າເພື່ອບໍລິໂພກພາຍໃນຄອບຄົວແມ່ນບໍ່ໄດ້ຂໍອະນຸຍາດ ແຕ່ຕ້ອງໄດ້ແຈ້ງສິນຄ້າຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ເພື່ອດໍາເນີນການກວດກາ, ບັນທຶກ ຫຼື ນໍາໃຊ້ມາດຕະການທີ່ຈໍາເປັນຕາມທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ.

ພາບປະກອບຂ່າວເທົ່ານັ້ນ

ນອກຈາກນີ້, ສໍາລັບການນໍາເຂົ້າທີ່ມີຈຸດປະສົງນໍາເອົາສັດນໍ້າສາຍພັນຕ່າງແດນ ເຂົ້າມາລ້ຽງໃນ ສປປ ລາວ ຕ້ອງໄດ້ຮັບອະນຸຍາດຈາກກົມລ້ຽງສັດ ແລະ ການປະມົງ ແລະ ຕ້ອງມີໃບຢັ້ງຢືນການສຶກສາຜົນກະທົບຕໍ່ລະບົບນິເວດວິທະຍາ ແລະ ສິ່ງແວດລ້ອມຈາກສະຖາບັນທີ່ເຊື່ອຖືໄດ້, ມີການຢັ້ງຢືນຄວາມປອດໄພດ້ານຊີວະພາບ ແລະ ໄດ້ຜ່ານການປະເມີນຄວາມສ່ຽງຈາກອົງການຄຸ້ມຄອງການປະມົງຂອງ ສປປ ລາວ.

ພາບປະກອບຂ່າວເທົ່ານັ້ນ

ດ້ານເງື່ອນໄຂການນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ແມ່ນຕ້ອງປະຕິບັດຕາມ 4ເງື່ອນໄຂດັ່ງນີ້:

1 ມີໃບອະນຸຍາດນໍາເຂົ້າທີ່ອອກໃຫ້ໂດຍອົງການຄຸ້ມຄອງການປະມົງ

2 ມີໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສັດນໍ້າທີ່ອອກໃຫ້ໂດຍອົງການ ຫຼື ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ໂດຍຖືກຕ້ອງຕາມເງື່ອນໄຂການນໍາເຂົ້າຂອງ ສປປ ລາວ

3 ໃນກໍລະນີນໍາເຂົ້າ ເພື່ອລ້ຽງເປັນແນວພັນສັດນໍ້າ ຕ້ອງມີໃບຢັ້ງຢືນກໍາມະພັນສັດນໍ້າ ແລະ ໃບຢັ້ງຢືນ ມາດຕະຖານຟາມລ້ຽງສັດນໍ້າ

ພາບປະກອບຂ່າວເທົ່ານັ້ນ

4 ນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າຕາມດ່ານທີ່ກໍານົດ ໂດຍອົງການຄຸ້ມຄອງການປະມົງ.

ໃນກໍລະນີ ໄດ້ຮັບອະນຸຍາດນໍາເຂົ້າແລ້ວ, ແຕ່ຜົນຂອງການວິເຄາະຄວາມສ່ຽງ ໂດຍອົງການຄຸ້ມຄອງວຽກງານການປະມົງ ຢັ້ງຢືນວ່າມີຄວາມສ່ຽງທີ່ຈະນໍາເອົາເຊື້ອພະຍາດເຂົ້າມາແຜ່ລາມ ຫຼື ນໍາເອົາທາດເບື່ອເຂົ້າມາແຜ່ກະຈາຍຢູ່ພາຍໃນປະເທດນັ້ນ ແມ່ນບໍ່ອະນຸຍາດໃຫ້ນໍາເຂົ້າ ໂດຍໃຫ້ແຈ້ງເປັນເຫດຜົນເປັນລາຍລັກອັກສອນ ກ່ຽວກັບການຫ້າມນັ້ນ ໃຫ້ແກ່ຜູ້ນໍາເຂົ້າຊາບ.