ທ່ານ ແກ້ວລັນດອນ ຈັນທະປານີ ໄດ້ເປັນເຈົ້າເມືອງທ່າແຂກຜູ້ໃໝ່

196

ກ້າວເຂົ້າປີ 2020 ອົງການຈັດຕັ້ງແຂວງ ຄຳມ່ວນ ໄດ້ມີການໂຍກຍ້າຍ, ສັບປ່ຽນໜ້າທີ່ພະນັກງານ-ລັດຖະກອນໃໝ່, ທັງນີ້ ກໍ່ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິທິດທິພາບຍິ່ງໆຂຶ້ນ, ຫຼ້າສຸດ ອົງການປົກຄອງເມືອງ ທ່າແຂກ ກໍ່ໄດ້ມີການປະກາດພິທີມອບ-ຮັບໜ້າທີ່ເຈົ້າເມືອງຄົນໃໝ່ ເນື່ອງຈາກຜູ້ເກົ່າ ໄດ້ໂຍກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ອົງການປົກຄອງແຂວງ ຄຳມ່ວນ.

ພິທີມອບ-ຮັບ ໄດ້ມີຂຶ້ນໃນວັນທີ 7 ມັງກອນ 2020 ທີ່ອົງການປົກຄອງເມືອງ ທ່າແຂກ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳຜົງ ວົງພະຈັນ  ປະທານກວດກາພັກ-ລັດແຂວງຄຳມ່ວນ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າພະແນກພາຍໃນແຂວງ, ບັນດາຄະນະບໍລິຫານງານພັກເມືອງ, ຄະນະຫ້ອງການອ້ອມຂ້າງ, ເລຂາຄະນະພັກຮາກຖານກຸ່ມບ້ານ ແລະ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ສະບັບເລກທີ 365/ຈຂຄມ ລົງວັນທີ 16 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງໆທ່າແຂກ, ຂໍ້ຕົກລົງເຈົ້າແຂວງໆຄຳມ່ວນ ສະບັບເລກທີ 364/ຈຂຄມ ລົງວັນທີ 16 ທັນວາ 2019 ວ່າດ້ວຍການໂຍກຍ້າຍເຈົ້າເມືອງໆທ່າແຂກ ໄປຮັບໜ້າທີ່ໃໝ່ ໂດຍໂຍກຍ້າຍ ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆທ່າແຂກ ໄປຮັບຜິດຊອບໜ້າທີ່ໃໝ່ຢູ່ແຂວງຄຳມ່ວນ, ແຕ່ງຕັ້ງທ່ານ ແກ້ວລັນດອນ ຈັນທະປານີ  ເປັນເຈົ້າເມືອງໆທ່າແຂກຜູ້ໃໝ່.

ຈາກນັ້ນ, ກໍ່ໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບ ໜ້າທີ່ຮ່ວມກັນ ໂດຍມີບັນດາທ່ານຄະນະນຳຂັ້ນແຂວງ ແລະ ເມືອງ ຕະຫຼອດຮອດບັນດາການຈັດຕັ້ງທຸກພາກສ່ວນ ຮ່ວມເປັນສັກຂີພິຍານ.

ໃນຕອນທ້າຍຂອງພິທີ ທ່ານ ຄຳຜົງ ວົງພະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງເຈົ້າເມືອງໆທ່າແຂກຜູ້ເກົ່າ ທີ່ສາມາດຍາດແຍ່ງກໍ່ສ້າງບັນດາຜົນງານໃນດ້ານຕ່າງໆໃນການກໍ່ສ້າງ, ປົວແປງ, ປັບປຸງພັດທະນາພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມ ເວົ້າລວມກໍ່ຄືແຂວງຄຳມ່ວນ-ເວົ້າສະເພາະກໍ່ແມ່ນຢູ່ພາຍໃນເມືອງທ່າແຂກ ທີ່ສາມາດມີບາດກ້າວ, ມີໃບໜ້າໃໝ່ທີ່ມີການເຕີບໃຫ່ຍ ແລະ ຫຼາຍສະຖານທີ່ມີການກໍ່ສ້າງ-ພັດທະນາດີຂຶ້ນກວ່າໄລຍະທີ່ຜ່ານມາ. ພ້ອມດຽວກັນນັ້ນທ່ານ ຍັງຮຽກຮ້ອງໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ໃຫ້ພ້ອມກັນສ້າງສາພັດທະນາເມືອງທ່າແຂກ ມີໃບໜ້າໃໝ່ສີວິໄລ-ຮຸ່ງເຮືອງຂຶ້ນເປັນກ້າວໆໃນອານາຄົດ.

ທີ່ມາ: ສຳນັກງານປົກຄອງແຂວງຄຳມ່ວນ