ກຳຈັດ​ອາການ​ຫິວ​ຕອນ​ເດິກ​ໄດ້​ດ້ວຍ​ອາຫານ​ທີ່​ມີ​ແຄ​ລໍຣີຕ່ຳ

176

ຄວາມ​ຕັ້ງ​ໃຈ​ຂອງ​ຫຼາຍ​ຄົນທີ່​ຢາກ​ມີ​ຫຸ່ນ​ທີ່​ດີ​ນັ້ນຕ້ອງ​ມີ​ຈຸດ​ມຸ້ງ​ໝາຍ​ດຽວ​ກັນ​ຄື: ການ​ເລືອກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ ​ແລະ ອອກ​ກຳ​ລັງ​ກາຍ ແຕ່ມັນ​ຕິດ​ຢູ່​ບ່ອນ​ທີ່​ວ່າກາງເວັນ​ກໍ່​ກິນ​ຕາມ​ຫຼັກ​ແລ້ວ​ອອກ​ກຳ​ລັງ​ກາຍ​ແບບ​ໄດ້ສຸຂະ​ພາບແລ້ວເປັນຫຍັງ​ຕົກ​ຕອນ​ເດິກ​ແລ້ວ​ຫິວ​ແບບ​ນີ້​. ຄວາມ​ຕັ້ງ​ໃຈ​ທີ່​​ເຮັດ​ມາ​ຈະ​ເສຍ​ຖີ້ມລ້າຢ່າ​​ໂທດ​ຕົວ​ເອງ​​ ຖ້າ​ຫິວ​​ກໍ່​ຈັດ​ໄປມື້​ນີ້​ເຮົາມີ​ອາຫານ​ທີ່​ສາມາດ​ກິນ​ໄດ້​ໃນ​ຕອນ​ເດິກ ​ແລະ ​ດີ​ຕໍ່​ສຸກຂະພາບ​ມາ​ຝາກຫຼາຍໆ​ຄົນ​ທີ່​ກຳລັງ​ຕົກ​ຢູ່​ໃນ​ສະ​ຖານະ​ການ​ແບບ​ນີ້.​

1 ໂຍ​ເ​ກິດໄຂ​ມັນຕ່ຳ: ການ​ກິນໂຍ​ເ​ກິດ​​ໃນ​ເວລາ​ທີ່​ຫິວ​​ 1 ຈອກ ກໍ່​ສາມາດ​ເຮັດໃຫ້​​ຮູ້ສຶກ​ອິ່ມ ​ແລະ ຢູ່​ທ້ອງ​ໄດ້ ແຕ່​ຕ້ອງ​ເລືອກ​​ເປັນ​ໄຂ​ມັນ​ຕ່ຳບໍ່​ປຸງ​ແຕ່ງ​ລົດ​ຈົນ​ເກີນ​ໄປບໍ່​ດັ່ງ​ນັ້ນ​ແລ້ວ​ນ້ຳ​ຕານ​ມາ​ເຕັມ​ແນ່ນອນ.

2 ໝາກໄມ້: ບໍ່​ວ່າ​ຈະ​ເປັນໝາກກ້ຽງ, ແອບ​ເປິລ​, ໝາກສີດາ ​ແລະ ອື່ນໆເຮົາ​ສາມາດ​ຮັບປະທານ​ໄດ້​ໃນ​​ເວລາ​ທີ່​ຫິວ​ຕອນ​​ເດິກ ເພາະ​ໝາກໄມ້​ເຫຼົ່າ​ນີ້​ແຄ​ລໍ​ຣີ​ຕ່ຳ ແລະ​ ເຮັດໃຫ້​ອິ່ມ​ທ້ອງ​ອີກ ​ແຕ່​ກໍ່​ມີ​ບາງ​ຊະນິດ​ທີ່​ມີ​ນ້ຳຕານ​ຫຼາຍ​ຄວນ​ເລືອກ​ກິນ​ໃຫ້​ເໝາະ​ສົມ​ນຳ.​

3 ນົມ​ໄຂ​ມັນຕ່ຳ: ການ​ເລືອກດື່ມ​ນົມ​ອຸ່ນໆກ່ອນ​ນອນ​ 1 ຈອກ​ ກໍ່​ເປັນອີກ​ໜຶ່ງ​ທາງ​ເລືອກ​ທີ່​ດີ ​ແລະ ​ມີ​ປະໂຫຍດ​ຄວນເລືອກ​​ນົມ​ທີ່​ໄຂ​ມັນ​ຕ່ຳ.

4 ດື່ມນ້ຳ: ອີກ​ໜຶ່ງ​ສິ່ງ​ທີ່​ຫາ​ໄດ້​ງ່າຍໆເພາະ​ໃກ້​ຕົວ​ເຮົາ​ສຸດໆນັ້ນ​ກກໍ່ຄື​ນ້ຳ​ ​ເພາະການ​ດື່ມ​ນ້ຳ​​ຈະ​ຊ່ວຍ​ຫຼຸດ​ອາການ​ຫິວ​ໄດ້​ແຖມ​ການ​ດື່ມ​ນ້ຳ​ກ່ອນ​ນອນ​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ໃນ​ຕອນ​ທີ່​ຫຼັບ​ນັ້ນບໍ່​ຂາດ​ນ້ຳ​ຫຼາຍ​ເກີນ​ໄປ​ ​ແລະ ຕື່ນ​ເຊົ້າ​ຜິວ​ພັນກໍ່​ສົດ​ໃສ​ອີກ​ດ້ວຍ.