ເລີ່ມແລ້ວເທດສະການບຸນກອງເຂົ້າໃຫຍ່ ເມືອງພຽງ ແຂວງໄຊຍະບູລີ ເປີດເປັນທາງການເຊົ້າມື້ນີ້

320

ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດເທດສະການບຸນກອງເຂົ້່າໃຫຍ່ປະຈຳປີ 2020 ຢ່າງເປັນທາງການໃນວັນທີ 9 ມັງກອນ 2020 ຢູ່ທີ່ເດີນກອງເຂົ້າໃຫຍ່ບ້ານສົມສະຫວັນໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີບັນດາການນຳຂອງແຂວງ, ຂອງເມືອງ, ບັນດາແຂກຖຶກເຊີນເມືອງອ້ອມຂ້າງພາຍໃນແຂວງ, ນັກທຸລະກິດພໍ່ຄ້າຊາວຂາຍ, ນັກທ່ອງທ່ຽວ,ພ້ອມດ້ວຍປະຊາຊົນບັນດາເຜົ່າຊາວເມືອງພຽງເຂົ້າຮ່ວມຢ່າງຫຼວງຫຼາຍ.

ງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2020 ເປັນປີທີ 10 ພາຍຫຼັງທີ່ປະຊາຊົນບັນດາເຜົ່າໄດ້ສຳເລັດການເກັບກູ້ຜົນຜະລິດແລ້ວໄດ້ພ້ອມກັນສະເຫຼີມສະຫຼອງບຸນປະເພນີດ້ວຍການເຮັດບຸນເຂົ້າເປືອກເຂົ້າສານຢູ່ແຕ່ລະບ້ານເຊິ່ງແຕ່ລະຄອບຄົວໄດ້ພາກັນນຳເອົາເຂົ້າເປືອກເຂົ້າສານໄປທານຢູ່ວັດເພຶ່ອລະນຶກເຖິງບຸນຄຸນເຂົ້່າ ແລະ ເປັນການເຕົ້າໂຮມທຶນຮອນປະຕິສັງຂອນວັດວາອາຮາມ.

ໂດຍເຫັນໄດ້ທ່າແຮງຄວາມສຳຄັນມູນເຊື້ອທີ່ເປັນທ່າແຮງຄະນະພັກອຳນາດການປົກຄອງເມືອງຈຶ່ງໄດ້ຍົກລະດັບບຸນປະເພນີດັ່ງກ່າວຂຶ້ນເປັນເທດສະການລະດັບເມືອງເຊິ່ງມີຫຼາຍກິດຈະກຳຄື: ກິດຈະກຳຂະບວນແຫ່ເຂົ້າເປືອກເຂົ້າສານ ຖວາຍສັງຄະທານ, ປະກວດທິດາກອງເຂົ້າໃຫຍ່, ປະກວດນັກຮ້ອງສຽງດີ.

ການສະແດງສິລະປະວັນນະຄະດີບັນດາເຜົ່າພາຍໃນເມືອງຂະບວນແຫ່ກ້ອນກຳລັງມວນຊົນບັນດາເຜົ່າຈຳນວນ 25 ກ້ອນ ຈຳນວນພົນ 4 ພັນກວ່າຄົນ.

ໃນພິທີທ່ານ ເສີດແສງສຸລິນ ເຈົ້າເມືອງໆພຽງກໍ່ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການແລະບັນດາຄະນະປະທານແລະບັນດາແຂກເຂົ້າຮ່ວມກໍໄດ້ຮ່ວມກັນລັ່ນຄ້ອງ 9 ບາດພ້ອມຕັດປ່ອຍໝາກປຸມເປົ້າ ແລະຮ່ວມເປີດປ້າຍສຳລັບງານເທດສະການບຸນກອງເຂົ້າໃຫຍ່ເມືອງພຽງຢ່າງເປັນທາງການ.

ເທດສະການບຸນກອງເຂົ້າໃຫຍ່ໃນປີນີ້ແມ່ນເລີ່ມແຕ່ວັນທ 8 ມັງກອນຈົນເຖິງ12 ມັງກອນ 2020 ຈຶ່ງຈະສຳເລັດ.