ເລີ່ມເດືອນໜ້າ! ການສໍາຫຼວດເສດຖະກິດ ແລະ ສະຖິຕິກະສິກໍາຄັ້ງໃຫຍ່ໃນປະຫວັດສາດຂອງລາວ

297

ວັນທີ 9 ມັງກອນ 2020 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫລວງວຽງຈັນ ກອງປະຊຸມເປີດບັ້ນສຳຫລວດເສດຖະກິດ ແລະ ການສຳຫລວດສະຖິຕິກະສິກຳທົ່ວປະເທດຄັ້ງທີ III ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຫົວຫນ້າຄະນະຊີ້ນຳລະດັບຊາດການສຳຫລວດເສດຖະກິດ ແລະ ການສຳຫລວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III.

ຈຸດປະສົງຂອງກອງປະຊຸມດັ່ງກ່າວເພື່ອຮັບຟັງການກຽມພ້ອມຈັດຕັ້ງປະຕິບັດຕົວຈິງຂອງ 2 ການສໍາຫຼວດໃຫຍ່ ຄື ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2020 ທີ່ຄາດວ່າຈະໄດ້ຈັດຕັ້ງປະຕິບັດໃນໄລຍະ ເດືອນ ກຸມພາ ຫາ ມີນາ 2020 ແລະ ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ຄັ້ງທີ III ປີ 2019/2020, ເຊິ່ງຄາດວ່າຈະໄດ້ຈັດຕັ້ງປະຕິບັດໃນໄລຍະ ເດືອນ ມີນາ ຫາ ເມສາ 2020.

ທ່ານ ສົມດີ ດວງດີ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ 2 ການສໍາຫຼວດໃຫຍ່ ແມ່ນຄັ້ງປະຫວັດສາດ ທີ່ພວກເຮົາໄດ້ຈັດຂື້ນ ໃນໄລຍະໃກ້ຄຽງກັນ, ມັນເປັນບາດກ້າວໃໝ່ ແລະ ສິ່ງທ້າທາຍ ທີ່ລັດຖະບານ ໄດ້ຕັດສິນໃຈ ຈັດຕັ້ງປະຕິບັດ ໃນທ້າຍສະໄໝຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ເຊິ່ງຕາມແຜນຄວນຈັດຕັ້ງປະຕິບັດພາກສະໜາມ ໃນປີ 2019 ແຕ່ຍ້ອນປະເທດເຮົາປະສົບກັບຫຼາຍບັນຫາທັງໄພພິບັດທາງທໍາມະຊາດ, ບັນຫາສະພາບເສດຖະກິດໂລກ ແລະ ພາຍໃນ ບໍ່ໝັ້ນທ່ຽງ.

ຢ່າງໃດກໍ່ຕາມ ລັດຖະບານກໍ່ເຫັນໄດ້ຄວາມສໍາຄັນ ຂອງການເກັບກໍາຂໍ້ມູນສະຖິຕິ ເພື່ອໃຫ້ການວາງແຜນຖືກຕ້ອງພາວະວິໄສ ໃຫ້ແຜນນັ້ນຖືກຕ້ອງນໍາໃຊ້ໄດ້ຕົວຈິງ ຈຶ່ງໄດ້ສູ້ຊົນ ໃຫ້ສາມາດປະຕິບັດ 2 ການສໍາຫຼວດໃຫຍ່ນີ້ ໃນຕົ້ນປີ 2020 ໂດຍນໍາໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍ, ຄົ້ນຄວ້າຄວາມເປັນໄປໄດ້ ແລະ ລະດົມແຫຼ່ງທຶນ ເພື່ອດຳເນີນພາບຖ່າຍດາວທຽມ ເພື່ອໃຫ້ສາມາດຢັ້ງຢືນກັບສາກົນ ເຖິງຄວາມຊັດເຈນຂອງຂໍ້ມູນ, ໃຫ້ທັນເວລາຢັ້ງຢືນໄດ້ຄວາມເປັນຈີງ ແລະ ເພື່ອເປັນການປະກາດການກ້າວເຂົ້າສູ່ຍຸກສະໄໝຂອງເທັກໂນໂລຊີຂອງລາວ ໃນດ້ານຂໍ້ມູນຂ່າວສານ ເພື່ອໃຫ້ໄດ້ຂໍ້ມູນ ໃນເດືອນ ມິຖຸນາ 2020.