ເມືອງໂຂງ ແຈ້ງຍົກເລີກໂຄງການພັດທະນາແຫຼ່ງທ່ອງທ່ຽວອຸດທິຍານນໍ້າຕົກ

591

ໂດຍອີງຕາມ ສັນຍາ ໂຄງການພັດທະນາ ເຂດພັດທະນາໃໝ່ ສີທັນດອນ ເມືອງໂຂງ, ແຂວງຈໍາປາສັກ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ, ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ (ກຜທ) ກັບ ບໍລິສັດ ລາວ ມະຫານາທີ່ສີທັນດອນ (ຮົງກົງ) muutu tin (Laos Maha Nathi Sithandone (Hong Kong) Investment Co, Limited) ສະບັບລົງວັນທີ 30 ມິຖຸນາ 2018.

ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1386/ຈຂ.ຈສ, ລົງວັນທີ 28 ພະຈິກ 2019, ວ່າດ້ວຍການ ຮັບຮອງມູນຄ່າຊົດເຊີຍ ໃຫ້ແກ່ໂຄງການ ແລະ ປະຊາຊົນທີ່ຖືກກະທົບຈາກໂຄງການພັດທະນາເຂດພັດທະນາໃໝ່ສີທັນດອນ ເມືອງໂຂງ, ແຂວງຈໍາປາສັກ ແລະ ອີງຕາມ ໜັງສືສະ ເໜີ ຂອງເມືອງໂຂງ ສະບັບເລກທີ 012 ຈມຂ, ລົງວັນທີ 14 ພະຈິກ 2019 ເລື່ອງການລົບລ້າງ ສັນຍາວ່າດ້ວຍການປະຕິບັດໂຄງການພັດທະນາອຸດທະຍານແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະໂຄງການພັດທະນາອຸດທະຍານ ແຫຼ່ງທ່ອງທ່ຽວນໍ້າຕົກຕາດສົມພະມິດ ແລະ ອີງຕາມ ຜົນກອງປະຊຸມເຈົ້າແຂວງ-ຮອງເຈົ້າແຂວງ ຄັ້ງວັນທີ 27 ທັນວາ 2019.

ດັ່ງນັ້ນ, ແຂວງຈໍາປາສັກ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 1604/ຈຂ.ຈສ ລົງວັນທີ 30 ທັນວາ 2019 ວ່າດ້ວຍການຍົກເລີກ ອະນຸຍາດລົງທຶນພາຍໃນ.

ເຊິ່ງເຈົ້າແຂວງໆຈໍາປາສັກ ໄດ້ຕົກລົງ: ເຫັນດີຍົກເລີກ (ລົບລ້າງ) ໃບອະນຸຍາດລົງທຶນພາຍໃນ ສະບັບເລກທີ 015-11 ແລະ ສະບັບເລກທີ 016-11, ລົງວັນທີ 22 ມິຖຸນາ 2011 ທີ່ໄດ້ອະນຸຍາດໃຫ້ ທ່ານນາງ ສົມເລັດ ໂພສາລາດ ສ້າງຕັ້ງໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ເມືອງໂຂງ; ຂໍ້ຕົກລົງ ສະບັບເລກທີ 1119/ຈຂຈ ລົງວັນທີ 31 ພຶດສະພາ 2011 ວ່າດ້ວຍການສໍາປະທານເນື້ອທີ່ດິນບໍລິເວນນໍ້າຕົກຕາດຄອນພະເພັງ ຈໍານວນ 51 ເຮັກຕາ ແລະ ຂໍ້ຕົກລົງ ສະບັບເລກທີ 557/ຈຂ.ຈສ ລົງວັນທີ 26 ເມສາ 2012 ວ່າດ້ວຍການອະນຸມັດໃຫ້ ກຸ່ມບໍລິສັດຍິ່ງໂຊກໄຊ ຮັບເໝົາການຈັດເກັບລາຍຮັບຈາກຄ່າທໍານຽມເຂົ້າຊົມແຫຼ່ງທ່ອງ ທ່ຽວນໍ້າຕົກຕາດຄອນພະເພັງ.

ເຫັນດີໃຫ້ ອົງການປົກຄອງເມືອງໂຂງ ຍົກເລີກສັນຍາ ວ່າດ້ວຍການປະຕິບັັັດໂຄງການພັດທະນາອຸດທະຍານແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ສະບັບ ເລກທີ 002/ຈມຂ ລົງວັນທີ 21 ທັນວາ 2012 ກັບກຸ່ມບໍລິສັດຍິ່ງໂຊກໄຊ.

ສະນັ້ນ, ຈຶ່ງມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ, ພະແນກການເງິນແຂວງ, ພະແນກຊັບພະຍາກອນທໍາມະຊາດ, ຫ້ອງວ່າການແຂວງ, ອົງການປົກຄອງເມືອງໂຂງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

ຮູບພາບຈາກ: facebook ແລະ Anouphon Phomhacsar