ກອງປະຊຸມລາຍງານຜົນໄດ້ຮັບຂອງໂຄງການຮ່ວມມືຄົ້ນຄວ້າດ້ານນະໂຍບາຍ ກ່ຽວກັບການສ້າງສະຖຽນລະພາບທາງການເງິນໃນ ສປປ ລາວ

185

ໃນເດືອນພຶດສະພາ 2016 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງ ສປປ ລາວ ໄດ້ພົບກັບ ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ໃນການເຈລະຈາລະດັບສູງລະຫວ່າງ ລາວ – ຍີ່ປຸ່ນ ເຊິ່ງໃນນັ້ນທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຮ້ອງຂໍໃຫ້ສົ່ງຜູ້ຊ່ຽວຊານຈາກຍີ່ປຸ່ນ ເປັນຜູ້ທີ່ມີປະສົບການສູງທາງດ້ານລະບົບການເງິນ ເພື່ອມາໃຫ້ຄໍາແນະນໍາໃນການສ້າງນະໂຍບາຍທາງດ້ານເສດຖະກິດໃນປະເທດທີ່ກໍາລັງພັດທະນາ.

ຕາມຄໍາຮຽກຮ້ອງຕ້ອງການດັ່ງກ່າວທາງ ຍີ່ປຸ່ນ ກໍໄດ້ສົ່ງຊ່ຽວຊານມາໃນເດືອນສິງຫາ 2016, ບັນດາຊ່ຽວຊານຂອງຍີ່ປຸ່ນ ແລະ ຄູ່ຮ່ວມເຮັດວຽກຂອງຝ່າຍລາວ ກໍໄດ້ສະເໜີມາດຕະການຫຼາຍຢ່າງໃນການຊ່ວຍເຫຼືອ ແລະ ປັບປຸງ ເພື່ອການສ້າງສະຖຽນລະພາບທາງການເງິນ. ໂຄງການຄົ້ນຄວ້ານະໂຍບາຍຮ່ວມເພື່ອການສ້າງສະຖຽນລະພາບທາງດ້ານການເງິນໃນ ສປປ ລາວ, ເປັນໜຶ່ງໃນມາດຕະການເພື່ອໃຫ້ການຊ່ວຍເຫຼືອທາງດ້ານການເງິນ ຕາມການຮຽກຮ້ອງຕ້ອງການຂອງ ທ່ານນາຍົກ ທອງລຸນ ສີສຸລິດ.

ໂຄງການນີ້ຈະຮ່ວມເຮັດວຽກໂດຍສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ ( ໄຈກາ ) ໂດຍເລີ່ມແຕ່ເດືອນມີນາ 2018 ເປັນຕົ້ນມາ. ໂຄງການດັ່ງກ່າວຈະແນໃສ່ 4 ຫົວຂໍ້ຫຼັກ ຄື: 1. ການຄຸ້ມຄອງງົບປະມານ ແລະ ໜີ້ສິນສາທາລະນະ; 2. ການຄຸ້ມຄອງການສົ່ງອອກຊັບພະຍາກອນທໍາມະຊາດ; 3. ການດຸນຊໍາລະກັບຕ່າງປະເທດ ແລະ ການຄຸ້ມຄອງຄັງສໍາຮອງເງິນຕາຕ່າງປະເທດ; 4. ການພັດທະນາລະບົບການເງິນ.

ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ກໍໄດ້ມີການກໍານົດ 4 ຫົວຂໍ້ທີ່ກ່າວມານັ້ນ ໂດຍການເຮັດວຽກຢ່າງໃກ້ຊິດຂອງຝ່າຍຍີ່ປຸ່ນ ແລະ ຝ່າຍລາວ ໂດຍສະເພາະແມ່ນພະນັກງານຂອງບັນດາກະຊວງຕ່າງໆ ເຊັ່ນ: ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ. ໂຄງການນີ້ໄດ້ພັດທະນາທິດນະໂຍບາຍໃຫ້ເໝາະສົມ ເພື່ອຈະນໍາໄປສູ່ການສ້າງສະຖຽນລະພາບທາງການເງິນ ເຊິ່ງໃນນີ້ຈະເປັນສິ່ງທີ່ຊ່ວຍໃຫ້ລັດຖະບານໄດ້ພິຈາລະນານະໂຍບາຍໄລຍະກາງ ແລະ ໄລຍະຍາວ ເພື່ອການສ້າງສະຖຽນລະພາບທາງການເງິນ ແລະ ຍັງໄດ້ຈັດເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ 9 ໃນປີ 2021 – 2025.

ເພື່ອຄວາມເຂົ້າໃຈຢ່າງເລິກເຊິ່ງ ກອງປະຊຸມລາຍງານຜົນການຄົ້ນຄວ້າຂອງໂຄງການໄດ້ຈັດຂຶ້ນໃນວັນທີ 7 ມັງກອນ 2020 ທີ່ໂຮມແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ທ່ານ Keizo TAKEWAKA ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ, ທ່ານ Hiroshi TAKAMI ຮອງຫົວໜ້າຄົ້ນຄວ້ານະໂຍບາຍ ກະຊວງການເງິນປະເທດຍີ່ປຸ່ນ, ຜູ້ຕາງໜ້າອົງການໄຈກາປະຈໍາລາວ, ບັນດາທ່ານຜູ້ຕາງໜ້າຄູ່ຮ່ວມພັດທະນາ, ບັນດາທ່ານຫົວໜ້າກົມ, ຮອງກົມ, ນັກຄົ້ນຄວ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຈະໄດ້ມີການລາຍງານກ່ຽວກັບນະໂນບາຍທີ່ສຳຄັນຫຼາຍປະການ ລວມໄປເຖິງຄວາມສ່ຽງທີ່ຈະເກີດຂຶ້ນກັບລັດຖະບານນໍາອີກ ນີ້ເປັນບັນຫາສໍາລັບປະເທດທີ່ກໍາລັງພັດທະນາ ເນື່ອງຈາກເປັນການລົງທຶນໄລຍະຍາວໃນການພັດທະນາລະບົບເສດຖະກິດ, ໃນຂະນະທີ່ກໍາລັງຈະຈັດການກັບການເພິ່ງພາໜີ້ສິນຈາກພາຍນອກ. ຜ່ານການສົນທະນາດັ່ງກ່າວເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫົວຂໍ້ທີ່ສໍາຄັນ ແລະ ວິທີຈັດການກັບຄວາມທ້າທາຍຫຼາຍຢ່າງ, ຫຼັງຈາກກອງປະຊຸມສໍາເລັດແລ້ວທາງໂຄງການຈະສົ່ງບົດຄົ້ນຄວ້ານະໂຍບາຍດັ່ງກ່າວໃຫ້ແກ່ ທ່ານນາຍົກ ທອງລຸນ ສີສຸລິດ ໃນຕົ້ນປີ 2020.

ເພື່ອຕອບສະໜອງຄວາມຄາດຫວັງດັ່ງກ່າວຂອງ ທ່ານນາຍົກ ທອງລຸນ ສີສຸລິດ ໃນການເຈລະຈາລະດັບສູງລະຫວ່າງ ລາວ – ຍີ່ປຸ່ນ ໃນປີ 2016 ຍີ່ປຸ່ນ ຈະຍັງຄົງສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຂອງແຕ່ລະຫົວຂໍ້ ແລະ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດຕາມທິດນະໂຍບາຍ ໂດຍຮ່ວມເຮັດວຽກກັບນັກຄົ້ນຄວ້າ ແລະ ພະນັກງານຝ່າຍລາວ.

ການເຮັດວຽກຮ່ວມກັນລະຫວ່າງລາວ ແລະ ຍີ່ປຸ່ນນີ້ ເຮັດໃຫ້ແນ່ໃຈວ່ານະໂຍບາຍດັ່ງກ່າວຈະໄດ້ຮັບການຜັນຂະຫຍາຍເພື່ອການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ, ໃນຂະນະດຽວກັນກໍມີຄວາມຫວັງຢ່າງຍິ່ງວ່າການຮ່ວມມືດັ່ງກ່າວນີ້ຈະເປັນການຮັດແໜ້ນຄວາມສໍາພັນລະຫວ່າງ ສປປ ລາວ ກັບ ຍີ່ປຸ່ນ, ໃນປີ 2020 ນີ້ ຍັງເປັນປີຄົບຮອບ 65 ປີ ສາຍພົວພັນການທູດລາວ ແລະ ຍີ່ປຸ່ນນໍາອີກ.