ທສວ ໃຫ້ທຶນ 30 ກວ່າລ້ານກີບ ຈັດຕັ້ງປະຕິບັດ 2 ກິດຈະກຳຢູ່ແຂວງໄຊສົມບູນ

96

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ທຶນສະໜັບສະໜູນແກ່ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນມູນຄ່າ 30,04 ລ້ານກີບ ເພື່ອຈັດຕັ້ງປະຕິບັດ 2 ກິດຈະກຳ ໄດ້ແກ່: (1) ຈັດຝຶກອົບຮົມ “ ສ້າງຄວາມເຂົ້າໃຈກ່ຽວກັບການສ້າງຕັ້ງກຸ່ມທຸລະກິດຊຸມຊົນ ” ແລະ (2) ເຕັກນິກການຍ້ອມສີທຳມະຊາດ.

ພາບປະກອບຂ່າວເທົ່ານັ້ນ

ພາຍຫຼັງທີ່ໂຄງການໄດ້ຮັບການອະນຸມັດ ເຈົ້າຂອງໂຄງການກໍຄືຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ກໍໄດ້ຈັດຝຶກອົບຮົມດັ່ງກ່າວຂຶ້ນ ໃນລະຫວ່າງວັນທີ 7 ຫາ 14 ມັງກອນ 2020 ທີ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງຈຸດປະສົງແມ່ນຊ່ວຍໃຫ້ປະຊາຊົນຈາກບ້ານພັນໄຊ ແລະ ຫຼວງພັນໄຊ, ເມືອງລ້ອງແຈ້ງ ( ມີຜູ້ເຂົ້າຮ່ວມ 51 ທ່ານ ) ໄດ້ມີຄວາມຮູ້ຂັ້ນພື້ນຖານຕໍ່ກັບຂະບວນການສ້າງຕັ້ງເປັນກຸ່ມທຸລະກິດຊຸມຊົນໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງລັດວາງອອກ ລວມທັງໄດ້ຮຽນຮູ້ເຕັກນິກການຍ້ອມສີທຳມະຊາດ ເພື່ອເພີ່ມຜະລິດຕະພາບການຍ້ອມສີໃຫ້ໄດ້ຄຸນນະພາບ ສາມາດເຂົ້າເຖິງຕະຫຼາດ ແລະ ສາມາດຕໍ່ຍອດໃຫ້ກາຍເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນໃນຕໍ່ໜ້າ.

ໂດຍລວມແລ້ວໂຄງການນີ້ ທສວ ໄດ້ໃຫ້ການສະໜັບສະໜູນເປັນຄັ້ງທໍາອິດ ນອກຈາກເຮັດໜ້າທີ່ເປັນໃຈກາງໃນການດັດສົມທຶນຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຮູບແບບສິນເຊື່ອຜ່ານທະນາຄານທຸລະກິດແລ້ວ ທສວ ຍັງໃຫ້ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານໂຄງການສົ່ງເສີມວິຊາການທີ່ເປີດໂອກາດໃຫ້ໜ່ວຍງານລັດທັງສູນກາງ ແລະ ທ້ອງຖິ່ນ ທີ່ເຮັດໜ້າທີ່ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມທຸລະກິດ ແລະ ຜູ້ປະກອບກິດຈະການຍື່ນສະເໜີຂໍທຶນສະໜັບສະໜູນໂຄງການຕ່າງໆ ທີ່ສອດຄ່ອງກັບກົດໝາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020.