ບອມ ບຸດນວນຈະເລີນ ປ່ອຍຜົນງານໃໝ່ຕ້ອນຮັບປີ 2020

178

ຕ້ອນຮັບ ປີ 2020 ຄ້າຍເພງທີ່ມີຊື່ສຽງອັນດັບຕົ້ນໆຂອງປະເທດລາວ ທີເຄ ຊາວລາວ ໄດ້ປ່ອຍໃນຜົນງານເພງ: “ ເຈົ້າຈົບຄືອ້າຍເຈັບ ” ໃນວັນທີ 7 ມັງກອນ ຜ່ານມາໃຫ້ແຟນເພງໄດ້ຕິດຕາມ ໂດຍ ໜຸ່ມ ບອມ ບຸດນວນຈະເລີນ ເປັນຄົນແຕ່ງ ແລະ ຮ້ອງເອງ.

ບອມ ບຸດນວນຈະເລີນ ອາຍຸ 25 ປີ ໃຫ້ສໍາພາດວ່າ: ຕົນເກີດທີ່ເມືອງປາກກະດິງ ແຂວງບໍລິຄໍາໄຊ ເປັນລູກຂອງນັກປະພັນເພງລາວຍ້ອນມີສາຍເລືອດສິລະປິນ ຈຶ່ງມັກຮັກໃນການຮ້ອງເພງຕັ້ງແຕ່ນ້ອຍ ໃຫຍ່ມາໄດ້ມີໂອກາດຮ້ອງເພງຕາມເວທີຕ່າງໆ ແລະ ຕາມຮ້ານອາຫານ.

ຕົນເອງເປັນນັກຮ້ອງນ້ອງໃໝ່ ຈາກ ຄ້າຍ ທີເຄ ຊາວລາວ ທີ່ແຈ້ງເກີດຈາກການປະກວດ ໂຄເວີ ເພງ “ ລືມອ້າຍສາຫຼ້າ ” ຂອງສິລະປິນ ພົງສະຫວັນ ໄຊຍະວົງ ຈົນໄດ້ອັນດັບ 1 ແລະ ໄດ້ມີຜົນງານເພງທຳອິດອອກມາຊື່ເພງ: “ ຍ່າງກາຍອ້າຍກໍມີແຮງ ”. ຫຼັງຈາກນັ້ນ, ກໍໄດ້ມີຜົນງານທີ 2 ອອກມາຄືເພງ: “ ຢາກຮູ້ເຫດຜົນ ” ແລະ ຍັງໄດ້ມີໂອກາດໄປແຂ່ງຮ້ອງເພງໃນລາຍການ “ ສຽງສະຫວັນລາງວັນຊີວິດ ” ທາງຊ່ອງ 8 ປະເທດໄທ ຈົນໄດ້ແຊັມ 4 ສະໄໝ ເຮັດໃຫ້ມີແຟນເພງເພີ່ມຂຶ້ນຫຼາຍທັງຄົນລາວ ແລະ ຄົນໄທ.

ມາຮອດປີໃໝ່ 2020 ທາງຄ້າຍ ທີເຄ ໄດ້ເປີດໄຟຂຽວໃຫ້ຕົນເອງໄດ້ປ່ອຍເພງ: “ ເຈົ້າຈົບຄືອ້າຍເຈັບ ” ເປັນຜົນງານເພງທີ 3 ມາໃນແບບຊ້າໆ, ຊຶ້ງໃຈເອົາໃຈຄົນອົກຫັກ.ສາມາດຕິດຕາມຜົນງານເພງເກົ່າ ແລະ ໃໝ່ຂອງ ໜຸ່ມ ບອມ ໄດ້ໃນຊ່ອງທາງຢູທູບ: ທີເຄ ຊາວລາວ ຫຼື ຕິດຕາມຂໍ້ມູນ – ຂ່າວສານໄດ້ທາງເຟສບຸ໊ກສ່ວນຕົວ: Bom Bouthnonjalrun.

[ ຂ່າວ: ນຸ້ມນິ້ມ; ຮູບ: Bom Bouthnonjalrun ]