ບົ່ງຕົວ ພັນໂທ ບຸນກວ້າງ ແກ້ວບຸນຍົງ ເປັນເຈົ້າເມືອງບົວລະພາຜູ້ໃໝ່

172

ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຫຼາຍອົງການຈັດຕັ້ງນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີການໂຍກຍ້າຍສັບປ່ຽນຕໍາແໜ່ງພະນັກງານ-ລັດຖະກອນ ເພື່ອໃຫ້ສອດຄ່ອງກັບວຽກງານວິຊາສະເພາະຕົວຈິງ, ທັງແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິພາບຍິ່ງໆຂຶ້ນ.

ເມື່ອອາທິດຜ່ານມາ ຢູ່ເມືອງບົວລະພາ ແຂວງ ຄຳມ່ວນ ໄດ້ຈັດພິທີມອບ-ຮັບ ໜ້າທີ່ເຈົ້າເມືອງ ໆບົວລະພາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານໃນຄະນະປະຈຳພັກເມືອງ, ຄະນະພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍບັນດາການຈັດຕັ້ງບ້ານ, ນາຍບ້ານອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ຄຳມ່ວນ ສະບັບເລກທີ 367/ຈຂ.ຄມ, ລົງວັນທີ 16 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງໆບົວລະພາ ແຂວງຄຳມ່ວນ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງໆຄຳມ່ວນ ສະບັບເລກທີ 002/ຄປຈ.ຄມ, ລົງວັນທີ 02 ມັງກອນ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຜູ້ຮັກສາການເລຂາພັກເມືອງໆບົວລະພາ, ເຊິ່ງໄດ້ແຕ່ງຕັ້ງ ທ່ານ ພັນໂທ ບຸນກວ້າງ ແກ້ວບຸນຍົງ ຄະນະປະຈໍາພັກເມືອງ ເປັນເຈົ້າເມືອງໆບົວລະພາ ທັງເປັນຜູ້ຮັກສາການເລຂາພັກເມືອງໆບົວລະພາ.

ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ສະບັບເລກທີ 366 /ຈຂ.ຄມ, ລົງວັນທີ່ 16 ທັນວາ 2019 ວ່າດ້ວຍການໂຍກຍ້າຍ ທ່ານ ປອ. ແກ້ວດຸດອນ ບຸດສິງຂອນ ເຈົ້າເມືອງໆບົວລະພາຜູ້ເກົ່າ ໄປຮັບຜິດຊອບໜ້າທີ່ໃໝ່ ຢູ່ຫ້ອງວ່າການແຂວງຄໍາມ່ວນ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 586/ຄປຈ.ຄມ, ລົງວັນທີ 16 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປອ. ແກ້ວອຸດອນ ບຸດສິງຂອນ ເປັນຄະນະຊີ້ນໍາກະກຽມກອງປະຊຸມໃຫຍ່ 03 ຂັ້ນ ໃນທົ່ວແຂວງ ເພື່ອລົງຊ່ວຍຊີ້ນໍາບັນດາເມືອງ ໃນການກະກຽມດໍາເນີນກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກເມືອງໃນທົ່ວແຂວງ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ໃນຂັ້ນເມືອງ ແລະ ລົງເລິກຊີ້ນຳເມືອງບົວລະພາ.

ຈາກນັ້ນ, ກໍ່ໄດ້ເຊັນບົດບັນທຶກມອບ-ຮັບ ໜ້າທີ່ຮ່ວມກັນ ໂດຍຊ້ອງໜ້າ ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງຄຳມ່ວນ.