ແຂວງສາລະວັນ ສົ່ງອອກສິນຄ້າມູນຄ່າ 474 ຕື້ກວ່າກີບ

328
????????????????????????????????????

ແຂວງສາລະວັນ ສາມາດສົ່ງອອກສິນຄ້າມີມູນຄ່າ 474 ຕື້ກວ່າກີບ ໃນປີ 2019 ຜ່ານມາ, ສ່ວນມູນຄ່າການນຳເຂົ້າຢູ່ທີ່ 97 ຕື້ກວ່າກີບ, ຂະນະທີ່ມູນຄ່າການລົງທຶນ1.118 ຕື້ກີບ.

ພາບປະກອບຂ່້າວເທົ່ານັ້ນ

ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 11 ສະໄໝທີ 8 ວ່າ: ໃນໄລຍະ 1 ປີຜ່ານມາການລົງທຶນຢູ່ແຂວງສາລະວັນມີທັງໝົດ 5 ແຫຼ່ງທຶນ, ມີມູນຄ່າ 1.118 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 104%, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 4.441 ຕື້ກວ່າກີບ ເທົ່າກັບ 92,50%.

ພາບປະກອບຂ່າວເທົ່ານັ້ນ

ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນ 7,73% ແລະ ສາມາດເກັບລາຍຮັບໄດ້ທັງໝົດ 165,66 ຕື້ກວ່າກີບ ເທົ່າກັບ 87% ຂອງແຜນການປີ, ລາຍຮັບພູດສູນກາງປະຕິບັດໄດ້ 62,29 ຕື້ກີບ ເທົ່າກັບ 83% ຂອງແຜນການປີ, ພູດຂອງແຂວງປະຕິບັດໄດ້ 102,99 ຕື້ກີບ ເທົ່າກັບ 93,56 %. ດ້ານລາຍຈ່າຍປະຕິບັດໄດ້ 417,03 ຕື້ກີບ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 474,84 ຕື້ກີບ ( ສ່ວນໃຫຍ່ແມ່ນກາເຟ, ມັນຕົ້ນ, ສາລີ ແລະ ສັດລ້ຽງ ); ມູນຄ່າການນຳເຂົ້າປະຕິບັດໄດ້ 97,80 ຕື້ກີບ ເທົ່າກັບ 52,36% ຂອງແຜນການປີ ( ສ່ວນໃຫຍ່ແມ່ນເຄື່ອງຈັກ, ໂຮງງານອຸດສາຫະກຳ, ອຸປະກອນກໍ່ສ້າງ ແລະ ອື່ນໆ ).

ພາບປະກອບຂ່າວເທົ່ານັ້ນ

ທ່ານໃຫ້ຮູ້ອີກວ່າ: ທິດທາງຕໍ່ໜ້າຈະສືບຕໍ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງທີ່ຈຳເປັນ ເພື່ອເຊື່ອມຈອດລະຫວ່າງບ້ານຕໍ່ບ້ານ, ບ້ານຫາເມືອງໃຫ້ມີ ຄວາມສະດວກຂຶ້ນ ເປັນຕົ້ນກໍແມ່ນເຂດຊົນນະບົດ, ກໍ່ສ້າງເສັ້ນທາງໃໝ່ໃຫ້ໄດ້ 82 ກິໂລແມັດ, ທະລຸໃໝ່ໃຫ້ໄດ້ 8 ກິໂລແມັດ, ທາງດິນແດງ 56 ກິໂລແມັດ ແລະ ປູຢາງໃຫ້ໄດ້ 18 ກິໂລແມັດ, ສ້າງຂົວເບຕົງ ແລະ ຂົວໄມ້ ໃຫ້ໄດ້ 27 ແຫ່ງ. ໃນນັ້ນ, ຂົວເບຕົງໃຫ້ໄດ້ 1 ແຫ່ງ, ຂົວເບຕົງເສີມເຫຼັກໃຫ້ໄດ້ 20 ແຫ່ງ, ຂົວເບເລ 2 ແຫ່ງ, ຂົວໄມ້ 4 ແຫ່ງ ແລະ ສ້ອມແປງທາງ – ຂົວໃຫ້ໄດ້ ຄື: ສ້ອມແປງທາງໃຫ້ໄດ້ 716 ກິໂລແມັດ. ໃນນັ້ນ, ທາງປູຢາງ 312 ກິໂລແມັດ, ປູດິນແດງໃຫ້ໄດ້ 92 ກິໂລແມັດ ແລະ ບູລະນະສ້ອມແປງທາງດ້ວຍແຮງປະຊາຊົນໃຫ້ໄດ້ 312 ກິໂລແມັດ,

ພາບປະກອບຂ່າວເທົ່ານັ້ນ

ສຳລັບຂົວສ້ອມແປງໃຫ້ໄດ້ 10 ແຫ່ງ, ໃນນັ້ນ, ຂົວເບເລ 6 ແຫ່ງ, ຂົວໄມ້ 2 ແຫ່ງ, ຂົວຂາງອີປະສົມໄມ້ 1 ແຫ່ງ ແລະ ຂົວອູ່ 1 ແຫ່ງ ພ້ອມທັງຮັບປະກັນໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

ສູ້ຊົນເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນເພີ່ມຂຶ້ນໃນລະດັບ 8% ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ 5.360 ຕື້ ກວ່າກີບ ສະເລ່ຍຕໍ່ຄົນຕໍ່ປີ 12 ລ້ານ ກວ່າກີບ ຫຼື ເທົ່າກັບ 1.527 ໂດລາ.

ພາບປະກອບຂ່າວເທົ່ານັ້ນ

ໃນນັ້ນ, ກະສິກຳ – ປ່າໄມ້ເພີ່ມຂຶ້ນ 3,03%, ອຸດສາຫະກຳເພີ່ມຂຶ້ນ 10,32%, ການບໍລິການ ແລະ ພາສີນຳເຂົ້າເພີ່ມຂຶ້ນ 10,43%; ຄາດຄະເນລວມຍອດລາຍຮັບທັງໝົດ 188 ຕື້ກີບ. ໃນນັ້ນ, ລາຍຮັບພູດສູນກາງ 70 ຕື້ກີບ, ລາຍຮັບພູດຂອງແຂວງ 118 ຕື້ກີບ ( ລວມທັງລາຍຮັບວິຊາການ ) ແລະ ລາຍຈ່າຍປະມານ 429,76 ຕື້ກີບ, ມູນຄ່າການສົ່ງອອກໃຫ້ໄດ້ 440 ຕື້ກີບ ແລະ ມູນຄ່າສິນຄ່ານຳເຂົ້າໃຫ້ໄດ້ 187 ຕື້ກີບ.