ຕິດຕາມເສດຖະກິດໂລກ ຫຼັງຄວາມເຄັ່ງຕຶງຢູ່ຕາເວັນອອກກາງ

101

ເສດຖະກິດໂລກໄດ້ຮັບຜົນກະທົບຈາກສົງຄາມການຄ້າລະຫວ່າງ ສະຫະລັດອາເມຣິກາ ແລະ ຈີນ ຢູ່ແລ້ວ. ຕົກມາຕົ້ນປີ 2020 ຄວາມເຄັ່ງຕຶງທີ່ທະວີຂຶ້ນລະຫວ່າງອາເມຣິກາກັບອີຣານ ໄດ້ສົ່ງສັນຍານດ້ານລົບຕໍ່ສະພາວະເສດຖະກິດໂລກດຶງລາຄາຄຳ ແລະ ນ້ຳມັນປັບຕົວສູງຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ສະເພາະ ສປປ ລາວ ເງິນກີບຍັງອ່ອນຄ່າຕໍ່ເນື່ອງເມື່ອທຽບກັບເງິນສະກຸນເງິນບາດ ແລະ ເງິນໂດລາ, ຮອດປັດຈຸບັນຢູ່ໃນລະດັບ 300 ກີບຕໍ່ບາດ ແລະ 8.886 ກີບຕໍ່ໂດລາ.

ສະຖານະການຂອງໂລກໃນປັດຈຸບັນຍັງໄດ້ສົ່ງຜົນໃຫ້ຕະຫຼາດຫຸ້ນໃນອາຊີປັບຕົວຫຼຸດລົງ, ສ່ວນຕະຫຼາດຫຼັກຊັບລາວໄດ້ຮັບຜົນກະທົບເລັກໜ້ອຍຍ້ອນເພິ່ງພາການນໍາເຂົ້າຈາກປະເທດເພື່ອນບ້ານເປັນຫຼັກ.

ພາບປະກອບຂ່າວເທົ່ານັ້ນ

ສະຖານະການຂອງໂລກໃນປັດຈຸບັນໄດ້ເຮັດໃຫ້ລາຄາຫຸ້ນທົ່ວໂລກປັບຫຼຸດລົງ. ສໍາລັບໃນຕອນເຊົ້າວັນທີ 8 ທັນວາ 2020 ຕະຫຼາດຫຼຸ້ນໄທ ເປີດຕະຫຼາດປັບຕົວຫຼຸດລົງທັນທີ 15,41 ຈຸດ ມາຢູ່ທີ່ 1.569 ຈຸດ ເທົ່າກັບ 0,97%, ສ່ວນຕະຫຼາດຫຸ້ນໃນອາຊີ ເປີດຕະຫຼາດກໍປັບຫຼຸດເຊັ່ນກັນເປັນຕົ້ນແມ່ນຕະຫຼາດຫຸ້ນຍີ່ປຸ່ນ ຫຼຸດລົງ 358,23 ຈຸດ ຫຼື ເທົ່າກັບ 1,52%, ຕະຫຼາດຫຸ້ນຊຽງໄຮ້ ປັບຫຼຸດ 10,56 ຈຸດ ຫຼື ເທົ່າກັບ 0,34%, ສ່ວນຕະຫຼາດຫຸ້ນຮົງກົງ ຫຼຸດລົງ 322,48 ຈຸດ ຫຼື ເທົ່າກັບ 1,14%, ຕະຫຼາດຫຸ້ນອິນໂດເນເຊຍ ຫຼຸດລົງ 30,91 ຈຸດ ຫຼື ເທົ່າກັບ 0,49%.

ພາບປະກອບຂ່າວເທົ່ານັ້ນ

ນອກນັ້ນ, ຍັງມີຕະຫຼາດຫຸ້ນສິງກະໂປ ຫຼຸດລົງ 36,58 ຈຸດ ຫຼື ເທົ່າກັບ 1,31%, ຕະຫຼາດຫຸ້ນໄຕ້ຫວັນ ຫຼຸດລົງ 61,56 ຈຸດ ຫຼື ເທົ່າກັບ 0,52%, ຕະຫຼາດຫຸ້ນມາເລເຊຍ ຫຼຸດລົງ 6,98 ຈຸດ ຫຼື ເທົ່າກັບ 0,43% ແລະ ຕະຫຼາດຫຸ້ນ ສ.ເກົາຫຼີ ປັບຕົວຫຼຸດລົງ 19,27 ຈຸດ ຫຼື ເທົ່າກັບ 0,89%.

ພາບປະກອບຂ່າວເທົ່ານັ້ນ

ຂະນະທີ່ຕະຫຼາດຫຼັກຊັບລາວ ປີດຕະຫຼາດຊື້ – ຂາຍໃນວັນທີ 8 ມັງກອນ ຫຼຸດລົງ 3,91 ຈຸດ ມາຢູ່ທີ່ 709,53 ຈຸດ.

ຜູ້ຊ່ຽວຊານດ້ານຕະຫຼາດທຶນຂອງບໍລິສັດຫຼັກຊັບແຫ່ງໜຶ່ງ ໃຫ້ທັດສະນະວ່າ: ນັບແຕ່ທ້າຍເດືອນທັນວາ 2019 ຮອດປັດຈຸບັນ ລາຄາຫຸ້ນຂອງບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ມີການເໜັງຕີງປ່ຽນແປງຂຶ້ນ – ລົງຕາມກົນໄກເສດຖະກິດຕະຫຼາດ ເຖິງວ່າປັດຈຸບັນສະຖານະການຂອງໂລກມີ ຄວາມວຸ່ນວາຍຈາກສົງຄາມການຄ້າກໍຕາມ ແຕ່ບໍ່ໄດ້ກະທົບຫຍັງຫຼາຍຕໍ່ລາຄາການຊື້ – ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ ເນື່ອງຈາກເຮົາເປັນປະເທດນ້ອຍ ແລະ ຫຸ້ນລາຍໃຫຍ່ທີ່ມີຢູ່ໃນປັດຈຸບັນແມ່ນຂະແໜງພະລັງງານ ແລະ ທະນາຄານ ທີ່ສັງຄົມໃຫ້ ຄວາມສົນໃຈຫຼາຍກວ່າໝູ່.

ພາບປະກອບຂ່າວເທົ່ານັ້ນ

ທ່ານກ່າວຕື່ມວ່າ: ເຖິງແມ່ນວ່າເຮົາຈະເພິ່ງການນໍາເຂົ້າຈາກປະເທດເພື່ອນ ເປັນຕົ້ນແມ່ນນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ ແລະ ສິນຄ້າອຸປະໂພກ – ບໍລິໂພກ ແຕ່ການສະໜອງສິນຄ້າຂອງຜູ້ປະກອບການ ແມ່ນມີໄລຍະຂອງມັນອາດຈະເປັນ 6 ເດືອນ, 3 ດືອນ ຫຼື 1 ເດືອນ ຈຶ່ງເຮັດໃຫ້ການປ່ຽນແປງຂອງຕະຫຼາດໃນທຸກມື້ບໍ່ກະທົບຫຼາຍ ເຖິງແມ່ນວ່າຈະມີການປັບຂຶ້ນຂອງລາຄານໍ້າມັນແຕ່ພາກສ່ວນກ່ຽວຂ້ອງກໍສາມາດຄຸ້ມຄອງໄດ້ ເພື່ອເຮັດແນວໃດໃຫ້ຜູ້ປະກອບການມີກໍາໄລ, ສ່ວນອັດຕາແລກປ່ຽນເບື້ອງລັດຖະບານກໍຄຸ້ມຄອງໃຫ້ໄປຕາມກົນໄກເສດຖະກິດທີ່ກໍານົດໄວ້ໃນນະໂຍບາຍຢູ່ແລ້ວ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນສັນຍານນໍ້າມັນດິບເວັດເທັກຊັດ ສົ່ງມອບເດືອນກຸມພາ 2020 ທີ່ມີການຊື້ – ຂາຍໃນຕະຫຼາດໄນແມັກ ເພີ່ມຂຶ້ນ 2,74 ໂດລາສະຫະລັດ ຫຼື 4,37% ແຕະລະດັບ 65,44 ໂດລາຕໍ່ບາເຣວ.
ສ່ວນລາຄາຄໍາ ວັນທີ 8 ມັງກອນ ປັບຫຼຸດລົງສູ່ລະດັບ 1.592 ໂດລາຕໍ່ອອນ ຫຼັງຈາກທີ່ປິດຕະຫຼາດໃນຄືນວັນທີ 7 ມັງກອນຜ່ານມາ ເພີ່ມຂຶ້ນ 5,5 ໂດລາຕໍ່ອອນ ສູ່ລະດັບ 1.574,3 ໂດລາຕໍ່ອອນ.