8 ແຂວງພາກເໜືອ ເຜີຍແຜ່ຜົນສຳເລັດກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ

160

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຜົນສຳເລັດຂອງກອງປະຊຸມ “ ໜຶ່ງແລວໜຶ່ງເສັ້ນທາງ ” ເພື່ອການຮ່ວມມືສາກົນ ຄັ້ງທີ 2 ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໃນວັນທີ 8 ມັງກອນ 2020 ນີ້ ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໂດຍມີ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຕາງໜ້າຈາກບັນດາຂະແໜງການຂອງສູນກາງ ແລະ 8 ແຂວງພາກເໜືອເຂົ້າຮ່ວມ.

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ເປັນການເຜີຍແຜ່ຜົນສຳເລັດຂອງການເຄື່ອນໄຫວວຽກງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນຂອງ ສປປ ລາວ ໂດຍສະເພາະແມ່ນຄວາມຄືບໜ້າການຈັດຕັ້ງປະຕິບັດຂອບການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ ແລະ ຜົນສຳເລັດຂອງກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ປັດຈຸບັນຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ 150 ປະເທດ ລວມເຖິງບັນດາອົງການຈັດຕັ້ງສາກົນ.

ອັນພົ້ນເດັ່ນແມ່ນຜົນສຳເລັດລະຫວ່າງ ສປປ ລາວ ກັບ ສປ ຈີນ ທີ່ໄດ້ສໍາເລັດການເຈລະຈາ ແລະ ໄດ້ລົງນາມເນື້ອໃນເອກະສານທີ່ສຳຄັນຫຼາຍສະບັບ ເປັນຕົ້ນແມ່ນແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳ ລາວ – ຈີນ ສັນຍາສາມຝ່າຍ 1 ສະບັບ ແລະ ສັນຍາສອງຝ່າຍອີກ 10 ສະບັບ, ເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ກວ້າງຂຶ້ນ ແລະ ເພື່ອໃຫ້ກາຍເປັນຄູ່ຮ່ວມມືທີ່ໃກ້ຊິດຢ່າງແທ້ຈິງ.