ບໍລິສັດ ສາຍສະໄໝ ຕັ້ງເປົ້າສົ່ງອອກມັນຕົ້ນແຫ້ງ 1 ແສນໂຕນ

221

ບໍລິສັດ ສາຍສະໄໝ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ສາມາດສົ່ງອອກມັນຕົ້ນແຫ້ງຈຳນວນ 85 ພັນໂຕນໃນປີຜ່ານມາ, ຂະນະທີ່ປີນີ້ຕັ້ງເປົ້າສົ່ງອອກໃຫ້ໄດ້ 1 ແສນໂຕນ.

ອາທິດຜ່ານມາໄດ້ມີພິທີເປີດການສົ່ງອອກມັນຕົ້ນແຫ້ງງວດທຳອິດ ປະຈຳປີ 2020 ຂອງ ບໍລິສັດ ສາຍສະໄໝ ຂາອອກ – ຂາເຂົ້າຈຳກັດ ຢູ່ທີ່ລານຕາກມັນຕົ້ນບ້ານຫຼັກ 35 ເມືອງຈຳພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ, ທ່ານ ສີວິໄຊ ເກດແກ້ວສີວິໄລ ປະທານ ບໍລິສັດ ສາຍສະໄໝ ຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳລຸຍ ຍາດຕິວົງ ໄດ້ກ່າວວ່າ: ການເກັບຊື້ມັນຕົ້ນຂອງ ບໍລິສັດ ສາຍສະໄໝ ແມ່ນໜຶ່ງໃນອົງປະກອບທີ່ສຳຄັນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ ບໍ່ວ່າຈະເປັນປະຊາຊົນພາຍໃນເມືອງຈຳພອນ ແລະ ເມືອງໃກ້ຄຽງ. ເພາະວ່າການປູກມັນຕົ້ນແມ່ນສາມາດຂາຍໄດ້ຕະຫຼອດໄລຍະ 9 ເດືອນຂອງ 1 ປີ ແລະ ປະຊາຊົນກໍປູກມັນຕົ້ນເປັນອາຊີບເສີມທີ່ສາມາດຂາຍຜົນຜະລິດຂອງຕົນເອງໂດຍບໍ່ຈຳກັດຈຳນວນ ແລະ ຂາຍໄດ້ເງິນສົດເລີຍ ເຊິ່ງເປັນສິ່ງດຶງດູດເຮັດໃຫ້ປະຊາຊົນມີກຳລັງໃຈໃນການປູກ ແລະ ເຫັນວ່າຂະບວນການປູກມັນຕົ້ນພາຍໃນເມືອງຈຳພອນ ກໍມີເນື້ອທີ່ເພີ່ມຂຶ້ນເລື້ອຍໆ, ບາງຄອບຄົວທີ່ນຳມັນຕົ້ນມາຂາຍຈະມີລາຍໄດ້ສະເລ່ຍປະມານ 20 – 70 ລ້ານກີບຕໍ່ປີ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນທາງບໍລິສັດມີລານຕາກມັນຕົ້ນໃນ 4 ເມືອງ ຄື: ເມືອງຈຳພອນ, ໄຊພູທອງ, ໄຊບູລີ ແລະ ເມືອງສອງຄອນ. ໃນອະນາຄົດອັນໃກ້ນີ້ຈະສ້າງລານຕາກ ແລະ ບ່ອນເກັບຊື້ອີກ 1 ຈຸດ ເຊິ່ງຈະຕັ້ງຢູ່ລະ ຫວ່າງເຊໂນ ຫາ ດົງເຫັນ. ພ້ອມນີ້, ກໍຍັງມີແຜນຈະຂະຫຍາຍການເກັບຊື້ໃຫ້ກວມເປັນ 9 ຕົວເມືອງ. ປັດຈຸບັນລາຄາມັນຕົ້ນແຫ້ງ 1.350 ກີບຕໍ່ກິໂລ, ເມື່ອປະຊາຊົນນຳມັນຕົ້ນແຫ້ງມາເຖິງລານຕາກກໍສາມາດຮັບເງິນໄດ້ທັນທີ, ບາງໄລຍະມີລາຄາແພງບາງໄລຍະລາຄາຖືກອີງຕາມລາຄາຕະຫຼາດຕ່າງປະເທດ, ການສົ່ງອອກແຕ່ລະຄັ້ງແມ່ນໄດ້ໃຫ້ຊ່ຽວຊານຢູ່ປະເທດໄທ ມາກວດເບິ່ງຄຸນນະພາບສິນຄ້າກ່ອນສົ່ງອອກທຸກຄັ້ງ.

ຕອນທ້າຍ ທ່ານ ສີວິໄຊ ເກດແກ້ວສີວິໄລ ໄດ້ຮຽກຮ້ອງໃຫ້ພາກລັດຊ່ວຍໃນເຂົ້າຫາແຫຼ່ງທຶນໃນອັດຕາດອກເບ້ຍຕ່ຳ ເພື່ອມາຕໍ່ຍອດທຸລະກິດເພາະວ່າໃນໄລຍະນີ້ທາງບໍລິສັດໄດ້ກູ້ຢືມເງິນຈາກ ທະນາຄານມາດຳເນີນການເກັບຊື້ມັນຕົ້ນຈຳນວນໜຶ່ງດ້ວຍອັດຕາດອກເບ້ຍ 10% ຕໍ່ປີ ເຊິ່ງຖືວ່າເປັນອັດຕາດອກເບ້ຍທີ່ສູງເກີນໄປ, ຢາກໃຫ້ພາກລັດສະໜອງເງິນກູ້ອັດຕາດອກເບ້ຍຕ່ຳໃຫ້ ເພື່ອເຮັດໃຫ້ທຸລະກິດ SME ຢູ່ປະເທດເຮົາໄດ້ມີທ່າຂະຫຍາຍຕົວ. ອີກດ້ານໜຶ່ງຢາກໃຫ້ພາກລັດຊ່ວຍໃນດ້ານການອຳນວຍຄວາມສະດວກໃນການສົ່ງສິນຄ້າຜ່ານແດນ ເປັນຕົ້ນແມ່ນດ່ານຂົວມິດຕະພາບ 2 ເພື່ອເຮັດໃຫ້ຂັ້ນຕອນການສົ່ງອອກມີ ຄວາມສະດວກສະບາຍຂຶ້ນ.