ຊາກະຈຽບແດງອຸ່ນໆ

75

ໃຜທີ່ກຳລັງຊອກຫາຊາຮ້ອນໆດື່ມຍາມເຊົ້າ ມື້ນີ້ຂໍແນະນຳຊາກະຈຽບແດງທີ່ອັດແໜ້ນໄປດ້ວຍຄຸນຄ່າແຫ່ງສະໝຸນໄພ ໂດຍເພີ່ມລົດຊາດຄວາມຫອມຂອງໝາກນາວເພື່ອໃຫ້ຊຸ່ມຄໍ ແລະ ສ່ວນປະສົມກໍ່ບໍ່ໄດ້ຫຼາຍຈົນຫຍຸ້ງຍາກໂດຍບໍ່ມີສ່ວນປະສົມຂອງນ້ຳຕານກໍ່ດື່ມໄດ້.

ສ່ວນປະສົມ:

1 ດອກກະຈຽບແດງຕາກແຫ້ງຕາມໃຈມັກ.

2 ໝາກນາວ.

3 ນ້ຳຕານ ຫຼື ນ້ຳເຜິ້ງ (ໃສ່ ຫຼື ບໍ່ໃສ່ກໍ່ໄດ້).

ວິທີປຸງແຕ່ງ:

ນຳດອກກະຈຽບແດງທີ່ຕາກແຫ້ງແລ້ວມາຊອຍນ້ອຍໆແລ້ວຂົ້ວດ້ວຍໄຟອ່ອນຈົນແຫ້ງກອບກຽມໄວ້ ແລະ ຕັກໃສ່ຈອກ 1 ບ່ວງກາເຟ ແລ້ວຖອກນຳຮ້ອນໃສ່ແຊ່ໄວ້ໃຫ້ນ້ຳມັນເລີ່ມປ່ຽນສີຈຶ່ງບີບນ້ຳໝານາວໃສ່ເລັກນ້ອຍພ້ອມເສີບແລ້ວຖ້າມັນຫວານກໍ່ສາມາດຕື່ມນ້ຳຕານໄດ້ຕາມໃຈມັກ ຫຼື ຈະນຳໄປແຊ່ໃນໝໍ້ນ້ຳສຳລັດຊົງຊາກໍ່ໄດ້ເຊັ່ນກັນ.