ຊົມເຊີຍ! ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພພາຍຸລະດູຮ້ອນ

123

ເມື່ອບໍ່ດົນມານີ້ປະຊາຊົນບ້ານດົງບັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຖືກກະທົບຈາກພາຍຸລະດູຮ້ອນ ເສຍຫາຍຫຼາຍຄອບຄົວ, ຫຼ້າສຸດ ຮອງເຈົ້າຄອງນະຄອນໄກສອນພົມວິຫານເຂົ້າຊ່ວຍເຫຼືອມອບເຄື່ອງແກ່ເຂົາເຈົ້າ ມູນຄ່າ 13,9ລ້ານກີບ.

ພາບປະກອບເທົ່ານັ້ນ

ໃນວັນທີ 3 ມັງກອນ 2020 ທີ່ຜ່ານມາ, ທີ່ຫ້ອງການປົກຄອງບ້ານດົງບັງ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອຄອບຄົວທ່ີໄດ້ຮັບຜົນກະທົບຈາກລົມພາຍຸລະດູຮ້ອນ, ໃຫ້ກຽດ ກ່າວມອບຂອງທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນພົມວິຫານພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ຄໍາສີ ອິນທິລາດ ເລຂາພັກບ້ານ ນາຍບ້ານບ້ານດົງບັງພ້ອມຄະນະພັກບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບເຂົ້າຮ່ວມ.

ພາບປະກອບເທົ່ານັ້ນ

ໄພທໍາມະຊາດກໍ່ຄືລົມພາຍຸລະດູຮ້ອນທີ່ຜ່ານມາສ້າງຄວາມເສຍຫາຍແກ່ຊັບສິນຂອງລັດລວມໝູ່ ແລະ ຊັບສິນຂອງພໍ່ແມ່ປະຊາຊົນຫຼາຍສົມຄວນໂດຍສະເພາະແມ່ນບ້ານເຮືອນ ເສຍຫາຍ 27 ຄອບຄົວ. ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ເຂົ້າສານໜຽວ 200 ກິໂລ, ໝີ່ໄວໆ 16 ແກັດ ແລະ ເງິນສົດ 11.500.000 ກີບ, ມອບໃຫ້ຄອບຄົວລະ 500,000 ກີບ ລວມມູນຄ່າທັງໝົດ 13.900.000 ກີບ.

ພາບປະກອບເທົ່ານັ້ນ

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ