ສາລະວັນຮັບຮອງ 26 ບ້ານໜັກແໜ້ນເຂັ້ມແຂງ ແລະ 5 ບ້ານວັດທະນະທຳໃໝ່

125

ໃນວັນທີ 7 ມັງກອນ 2020 ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງ ຈຳນວນ 26 ບ້ານໜັກແໜ້ນ ເຂັ້ມແຂງ ແລະ ຮັບຮອງ 5 ບ້ານວັດທະນະທຳໃໝ່.

ພາຍຫລັງທີ່ໄດ້ເອົາໃຈໃສ່ປະຕິບັດແຕ່ລະບາດ ກ້າວ, ຂັ້ນຕອນ, ໂດຍການໂຄສະນາ, ສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນຂວາຍຢ່າງເປັນຂະບວນ ແລະຕໍ່ເນື່ອງຕາມ 3 ທິດນຳ ແລະ 10 ມາດຖານຂອງການສ້າງບ້ານໜັກແໜ້ນ ແລະ ເຂັ້ມແຂງ.

ທ່ານ ແສງສຸລະຈັນ ພິມມະວັນ ເລຂາໜ່ວຍພັກ-ນາຍບ້ານກະຊະໃຫຍ່ ລະບຸວ່າ: ການຈັດຕັ້ງປະຕິບັດບ້ານໜັກແໜ້ນເຂັ້ມແຂງໃນໄລຍະຜ່ານມາ ແມ່ນຮັບປະກັນຄວາມເປັນເອກະພາບຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມສາມັກຄີ.

ອົງການປົກຄອງບ້ານທັງ 26 ບ້ານ ມີ 5 ໜ່ວຍງານຊ່ວຍວຽກບ້ານ, ມີການປະກອບບຸກຄະລາກອນຕາມລະບຽບການ, ມີລະບຽບວິໄນການຄຸ້ມຄອງບ້ານ, ມີຫ້ອງການບ້ານຖາວອນ, ມີການປະຈຳການປົກກະຕິ, ມີແຜນພັດທະນາຂອງບ້ານ, ມີລາຍຮັບສາມາດກຸ້ມຈ່າຍຄ່າບໍລິຫານປົກກະຕິ, ມີການເຊື່ອມທະບຽນການເກີດຢ່າງໜ້ອຍ 80% ແລະມີການບໍລິການຂອງອົງການປົກຄອງບ້ານທີ່ດີ.