ຕາຍຍົກລຳ ເຫດເຮືອບິນໂບອິງ 737 ຂອງສາຍການບິນສາກົນອູແກຣນ ຕົກໃນປະເທດອີຣານ

74

ບໍ່ມີຜູ້ລອດຊີວິດຈາກເຫດເຮືອບິນໂດຍສານ “ສາຍການບິນອູແກຣນ ອິນເຕີເນຊັນແນລ ແອຣ໌ໄລນ໌” ຕົກ ພາຍຫຼັງບິນອອກຈາກສະໜາມບິນນານາຊາດເຕຮາຣານໄດ້ບໍ່ດົນ. ຂະນະທີ່ມີການເປີດເຜີຍຂໍ້ມູນເບື້ອງຕົ້ນວ່າ ຜູ້ເສຍຊີວິດສ່ວນຫຼາຍຈາກ 176 ຄົນ ຂອງຖ້ຽວບິນນີ້ ເປັນປະຊາຊົນຊາວອິຣານ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຮາຣານ ປະເທດອີຣານ ເມື່ອວັນພຸດ ທີ 8 ມັງກອນ ວ່າ ເນື່ອງມາຈາກຖ້ຽວບິນ PS 752 ຂອງສາຍການບິນສາກົນອູແກຣນ ທີ່ໃຊ້ເຮືອບິນໂດຍສານໂບອິ້ງ 737-800 ໄດ້ຕົກລົງພື້ນ ພາຍຫຼັງບິນອອກຈາກເດີ່ນບິນສາກົນອິໝ່າມ ໂຄໄມນີ ຊານເມືອງນະຄອນຫຼວງເຕຮາຣານ ເມື່ອເຊົ້າມືດຂອງວັນພຸດ ຕາມເວລາທ້ອງຖິ່ນ ໂດຍ ເຮືອບິນລຳດັ່ງກ່າວມີຈຸດໝາຍປາຍທາງໄປລົງຈອດທີ່ເດີ່ນບິນຄຽບ ນະຄອນຫຼວງຂອງປະເທດອູແກຣນ.

ທາງດ້ານເຈົ້າໜ້າທີ່ເດີ່ນບິນສາກົນອິໝ່າມ ໂຄໄມນີ ແລະ ສາຍການບິນສາກົນອູແກຣນ ໄດ້ອອກຖະແຫຼງການໃນໄລຍະໃກ້ຄຽງກັນວ່າ ຜູ້ໂດຍສານ 167 ຄົນ ແລະ ລູກເຮືອ 9 ຄົນ ເສຍຊີວິດທັງໝົດ. ໂດຍເຮືອບິນເກີດບັນຫາໄຟໄໝ້ຂະນະບິນຢູ່ເທິງທ້ອງຟ້າກ່ອນທີ່ຈະຕົກລົງກະທົບພື້ນດິນ.

ເບື້ອງຕົ້ນເຈົ້າໜ້າທີ່ເຊື່ອວ່າ “ເປັນຄວາມຂັດຂ້ອງທາງເທັກນິກ” ຂະນະທີ່ ກູ້ໄພສາມາດມອດໄຟທີ່ລຸກໄໝ້ເຮືອບິນໄດ້ແລ້ວ ແລະ ກຳລັງລຳລຽງຮ່າງຜູ້ເສຍຊີວິດອອກຈາກບ່ອນເກີດເຫດ ເພື່ອພິສູດລັກສະນະບຸກຄົນຕໍ່ໄປ ເຊິ່ງອົງການການບິນພົນລະເຮືອນອິຣານໃຫ້ຂໍ້ມູນວ່າ ຜູ້ທີ່ເສຍຊີວິດສ່ວນຫຼາຍເປັນຊາວອີຣານ.