ເກີດເຫດເຮືອບິນໂດຍສານຂອງຢູເຄຣນຕົກໃນປະເທດອີຣານ

82

ເຮືອບິນໂດຍສານໂບອິ້ງ 737 ຂອງ “ສາຍການບິນສາກົນຢູເຄຣນ” ໄດ້ຕົກຫຼັງບິນອອກຈາກສະໜາມສາກົນ ໃນນະຄອນຫຼວງເຕຫະຣານໄດ້ບໍ່ດົນ ລາຍງານເບື້ອງຕົ້ນ “ເກີດຈາກບັນຫາທາງເທັກນິກ” ແຕ່ຍັງບໍ່ມີການຢືນຢັນກ່ຽວກັບຜູ້ໂດຍສານທີ່ຢູ່ເທິງເຮືອບິນ ປະມານ 180 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຫະຣານ ປະເທດອິຣານ ເມື່ອວັນພຸດ ທີ 8 ມັງກອນ ໂດຍອ້າງອີງຈາກສຳນັກຂ່າວແຫ່ງຊາດອີຣານ (IRNA) ທີ່ລາຍງານວ່າ ຖ້ຽວບິນ PS 752 ຂອງສາຍການບິນຢູແຄຣນ ອິນເຕີເນຊັນແນລ ແອຣ໌ໄລນ໌ (UIA) ໃຊ້ເຮືອບິນໂດຍສານໂບອິງ 737-800 ໂດຍມີຜູ້ໂດຍສານ167ຄົນ ແລະ ຈຸບິນ9ຄົນ ໄດ້ຕົກໃນເວລາບໍ່ດົນ ຫຼັງບິນຈາກອອກຈາກສະໜາມ ບິນນານາຊາດອິໝ່າມ ໂຄໄມນີ ເຂດຊານເມືອງນະຄອນຫຼວງເຕເຮຣານ ເມື່ອເຊົ້າມືດຂອງວັນພຸດຕາມເວລາທ້ອງຖິ່ນ ເຮືອບິນລຳດັ່ງກ່າວມີຈຸດໝາຍແມ່ນໄປລົງຈອດໃນສະໜາມບິນນະຄອນຫຼວງຄຽບ ປະເທດຢູເຄຣນ.

ທັງນີ້ ເຮືອບິນມີໄຟລຸກໄໝ້ເປັນກ້ອນໄຟຂະໜາດໃຫຍ່ຈົນສາມາດເບິ່ງເຫັນຈາກໄລຍະໄກ ກ່ອນທີ່ຈະຕົກລົງກະທົບພື້ນດິນ ສົ່ງຜົນໃຫ້ເກີດໄພໄໝ້ລາມຢ່າງໜັກ ເບື້ອງຕົ້ນໜ່ວຍກູ້ໄພໄປຮອດບ່ອນເກີດເຫດເພື່ອຄວບຄຸມສະຖານະການ ແລະ ມີລາຍງານສາເຫດທີ່ເຮັດໃຫ້ເຮືອບິນຕົກແມ່ນເກີດຈາກ “ການຂັດຂ້ອງດ້ານເທັກນິກ”.