ເລີ່ມແລ້ວ!! ໄປທ່ຽວໄດ້ ບຸນກອງເຂົ້າໃຫ່ຍ ປະຈຳປີ 2020

294

ເທດສະການງານບຸນກອງເຂົ້າໃຫ່ຍ ເມືອງພຽງ ແຂວງໄຊຍະບູລີ ທີ່ຖືວ່າເປັນບຸນໃຫ່ຍປະຈຳປີຂອງຊາວເມືອງພຽງ ເຊິ່ງປີນີ້ ໄດ້ຈັດຂຶ້ນເລີ່ມແຕ່ວັນທີ 7-12 ມັງກອນ 2020 ສະນັ້ນ, ສາຍບຸນບໍ່ຄວນພາດ ເພາະໃນແຕ່ລະມື້ມີຫຼາກຫຼາຍກິດຈະກຳໃຫ້ທ່ານໄດ້ຮ່ວມມ່ວນຊື່ນ ສຳຜັດຮີດຄອງປະເພນີພາຍໃນງານບຸນຢ່າງເຕັມອີມ.

ເມືອງພຽງ ເປັນເມືອງໜຶ່ງໃນ 11 ເມືອງຂອງແຂວງ ໄຊຍະບູລີ ປະກອບມີ 6 ຊົນເຜົ່າ, ມີພົນລະເມືອງ 60 ພັນກວ່າຄົນ ເປັນເມືອງທີ່ ຖືວ່າມີຊັບພະຍາກອນທຳມະຊາດທີ່ ອຸດົມສົມບູນ.

ປະຊາຊົນມີມູນເຊື້ອດຸໝັ້ນ, ຂະຫຍັນພຽນໃນການຜະລິດ ແລະ ມີຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຕັ້ງແຕ່ໃດໆມາ

ຊາວເມືອງພຽງຍຶດຖືອາຊີບປູກເຂົ້າ-ປູກພືດເປັນຕົ້ນຕໍ ແຕ່ລະປີພາຍຫຼັງທີ່ສຳເລັດການເກັບກູ້ຜົນຜະລິດແລ້ວ ປະຊາຊົນໄດ້ພ້ອມກັນສະຫຼອງບຸນປະເພນີ ດ້ວຍການເຮັດເຂົ້າເປືອກ-ເຂົ້າສານ ໄປທານທີ່ວັດ ເພື່ອລະນຶກເຖິງບຸນຄຸນເຂົ້າ ແລະ ເປັນການເຕົ້າໂຮມທຶນຮອນ ເພື່ອປະຕິສັງຂອນວັດວາອາຮາມ.

ດັ່ງນັ້ນ ທາງຄະນະພັກ-ອຳນາດການປົກຄອງເມືອງຈຶ່ງໄດ້ຍົກລະດັບບຸນປະເພນີດັ່ງກ່າວຂຶ້ນເປັນງານເທດສະການ ລະດັບເມືອງ ແລະ ແຂວງ ໄຊຍະບູລີ ຕັ້ງແຕ່ປີ 2010 ເປັນຕົ້ນມາ ທີ່ຕິດພັນກັບຍຸດທະສາດຂອງເມືອງວາງອອກຄື:

ສ້າງເມືອງພຽງເປັນເມືອງຜະລິດສະບຽງອາຫານຕິດພັນກັບການປຸງແຕ່ງສົ່ງອອກພັດທະນາການບໍລິການທາງຜ່ານ, ທ່ອງທ່ຽວທີ່ເປັນມິດກັບທຳມະຊາດ

ແຕ່ລະປີໄດ້ຖືເອົາວັນທີ 9 ມັງກອນ ເປັນມື້ເປີດງານເທດສະການບຸນກອງເຂົ້າໃຫ່ຍປະຈຳປີ ເຊິ່ງພາຍໃນງານມີຫຼາກຫຼາຍກິດຈະກຳເຊັ່ນ: ກິດຈະກຳທາງສາສະໜາ, ພິທີແຫ່ເຂົ້າເປືຶອກ-ເຂົ້າສານ ຂະບວນກ້ອນແຫ່ມະຫາຊົນບັນດາເຜົ່າ, ປະກອດນາງທິດາກອງເຂົ້າໃຫ່ຍ, ປະກວດນັກຮ້ອງສຽງດີ, ສີລະປະວັນນະຄະດີບັນດາເປຜົ່າ, ກິລາພື້ນເມືອງ.

ນອກນັ້ນ ກໍຍັງມີຕະຫຼາດນັດ, ສິນຄ້າໂອດ໊ອບຊາວບ້ານ, ກິດຈະກຳວິທີຊີວິດຂອງປະຊາຊົນບັນດາເຜົ່າ, ການອະອານຸລັກວັດທະນະທຳ ແລະ ການທ່ອງທ່ຽວ

ກອງເຂົ້າໃຫ່ຍມີທັງໝົດ 9 ກອງ ສ້າງຂຶ້ນປີ 2010 ເຊິ່ງມີຄວາມໝາຍ ແລະ ຂະໜາດດັ່ງນີ້:

ກອງເຂົ້າໃຫ່ຍ 1 ກອງ ຂະໜາດກວ້າງ 16 ແມັດ, ສູງ 29 ແມັດ ມີຄວາມໝາຍເຖິງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ໂດຍໃຕ້ການຊີ້ນຳຂອງເລຂາຄະນະບໍລິຫານງານພັກເມືອງ ແລະ ເລາຂາຄະນະບໍລິຫານງານພັກແຂວງໄຊຍະບູລີ.

ກອງເຂົ້ານ້ອຍ 8 ກອງ, ຂະໜາດ 6 ແມັດ ສູງ 9 ແມັດ ມີຄວາມຄວາມວ່າ ເມືອງພຽງມີ 6 ເຜົ່າ ຢູ່ຮ່ວມກັນ.

ແລະ ກິດຈະກຳໃນແຕ່ລະມື້ທີ່ທ່ານຈະໄດ້ສຳຜັດຕະຫຼອດການຈັດງານມີດັ່ງນີ້