ບໍລິຄໍາໄຊ ເປີດຕະຫຼາດນັດ ກະຕຸ້ນເສດຖະກິດ

194

ງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ຕິດພັນກັບບຸນພະທາດພະບາດໂພນສັນ ຈັດຂຶ້ນແນໃສ່ກະຕຸ້ນເສດຖະກິດໂດຍສະເພາະຫົວໜ່ວຍທຸລະກິດ ທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວ ສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວ ຂອງເມືອງທ່າພະບາດກໍ່ຄືແຂວງບໍລິຄຳໄຊ ເຊິ່ງມີຫ້າງຮ້ານເຂົ້າຮ່ວມງານທັງໝົດ 250 ຮ້ານ.

ພິທີເປີດງານດັ່ງກ່າວ ຈັດຂຶ້ນໃນວັນທີ 06 ມັງກອນ 2020 ຢູ່ເດີ່ນວັດພະບາດໂພນສັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ, ມີການນຳຂອງແຂວງ, ເມືອງ, ຫົວໜ້າພະແນກ, ອົງການຈັດຕັ້ງ, ກົມກອງ, ຜູ້ປະກອບການ-ນັກທຸລະກິດ, ແຂກທີ່ຖືກເຊີນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ສະຫວັນເພັດ ຈັນທະວົງສາ ຮອງເຈົ້າເມືອງທ່າພະບາດ ກ່າວຈຸດປະສົງຂອງງານວ່າ: ເພື່ອເປັນການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດຂອງແຂວງ ແລະ ເພີ່ມທະວີຄວາມເຂົ້າໃຈ, ຮັດແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງພໍ່ແມ່ປະຊາຊົນລາວບັນດາເຜົ່າ,

ນອກນັ້ນ ຍັງເປັນການກະຕຸ້ນເສດຖະກິດທາງກົງ ແລະ ທາງອ້ອມ ໂດຍສະເພາະຫົວໜ່ວຍທຸລະກິດ ທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວ ສົ່ງເສີມການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ, ສຸມໃສ່ການພັດທະນາການທ່ອງທ່ຽວ ຂອງເມືອງທ່າພະບາດກໍ່ຄືແຂວງບໍລິຄຳໄຊ ໃຫ້ສາມາດຮັບຮອງການເພີ່ມຂຶ້ນຂອງນັກທ່ອງທ່ຽວໃນປະຈຸບັນ ແລະ ອະນາຄົດ ທັງເປັນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ ດັ່ງຄຳຂວັນປີທ່ອງທ່ຽວ 2018 ຂອງແຂວງບໍລິຄຳໄຊ ທີ່ວ່າ: ທ່ຽວເມືອງລາວ ທ່ຽວແຂວງບໍລິຄຳໄຊ ມ່ວນຊື່ນສຸກໃຈ ສະດວກປອດໄພ ໃສ່ໃຈສິ່ງແວດລ້ອມ.

ໃນພິທີ ທ່ານເຈົ້າແຂວງຍັງໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການເປີດພິທີຢ່າງເປັນທາງການ, ຫຼັງຈາກນັ້ນກໍ່ໄດ້ທ່ຽວຊົມງານຕະຫຼາດນັດວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP), ສິນຄ້າຄອບຄົວຕົວແບບ, ຜະລິດຕະພັນຂະໜາດນ້ອຍ-ກາງ, ສິນຄ້າກະສິກຳ-ຫັດຖະກຳ, ຈັກສານ, ຕ່ຳແຜ່ນແພ ແລະ ການວາງຜະລິດຕະພັນການທ່ອງທ່ຽວ, ໃນນັ້ນ ມີຫ້າງຮ້ານເຂົ້າຮ່ວມວາງຂາຍ ທັງໝົດ 250 ຮ້ານ, ເຊິ່ງໄດ້ແບ່ງອອກເປັນ 4 ໂຊນ ຄື: ໂຊນຂາຍສິນຄ້າຫັດຖະກຳ, ໂຊນຮ້ານຂາຍອາຫານ ແລະ ເຄື່ອງດື່ມ, ໂຊນຮ້ານຄ້າຕະຫຼາດນັດຂາຍສິນຄ້າທົ່ວໄປ ແລະ ໂຊນດົນຕີ ແລະ ເຄື່ອງຫຼີ້ນ. ສຳລັບພິທີຕັກບາດ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 09 ມັງກອນ 2020.

ຂໍ້ມູນຈາກ: Media Laos