ສຕລ ປະກາດຮັບສະໝັກ ກໍາມະການຕັດສິນຂັ້ນພື້ນຖານ

46

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດຜ່ານເພຈ໌ບຸກທາງການ ໃນວັນທີ 8 ມັງກອນ 2020 ວ່າ: ສະຫະພັນບານເຕະແຫ່ງຊາດລາວ ກຽມເປີດຝຶກອົບຮົມກຳມະການຕັດສິນ ຂັ້ນພື້ນຖານປະຈຳປີ 2020 ລະຫວ່າງວັນທີ 10-14 ກຸມພາ 2020 ທີ່ສະຫະພັນບານເຕະແຫ່ງຊາດລາວ, ເພື່ອເປັນການເປີດກວ້າງໃຫ້ບັນດາທ່ານທີ່ມີໃຈມັກຮັກທາງດ້ານກຳມະການຕັດສິນກິລາບານເຕະ ໄດ້ເຂົ້າມາເປັນກໍາມະການຕັດສິນຂອງ ສະຫະພັນບານເຕະແຫ່ງຊາດລາວ.

ໂດຍເງື່ອນໄຂການສະຫມັກເຂົ້າຮ່ວມຝຶກອົບຮົມ

1 ເພດຊາຍ ອາຍຸ 18-30 ປີ

2 ເພດຍິງ ອາຍຸ 18-25 ປີ

3 ລະດັບການສຶກສາ ມັດທະຍົມປາຍ ຂຶ້ນໄປ

4 ມີສຸຂະພາບແຂງແຮງສົມບູນດີ ສາຍຕາດີ ຫ້າວຫັນ ແລະ ມີໃຈມັກເປັນກໍາມະການຕັດສິນ

5 ຄ່າລົງທະບຽນ 300.000 ກີບ / ທ່ານ

ສໍາລັບນະໂຍບາຍໃຫ້ນັກສໍາມະນາກອນເຂົ້າຮ່ວມຝຶກອົບຮົມ

1 ຊຸດເຂົ້າຮ່ວມຝຶກອົບຮົມ 2 ຊຸດ / ທ່ານ

2 ບັດເຫລືອງ – ບັດແດງ 1 ຊຸດ / ທ່ານ

3 ຫມາກຫວີດ 1 ຫນ່ວຍ / ທ່ານ

4 ກະຕິກາບານເຕະປີ 2019 – 2020 / ທ່ານ

5 ໃບຢັ້ງຢືນການເຂົ້າຮ່ວມ

6 ສະຫະພັນບານເຕະແຫ່ງຊາດລາວ ຈະຮັບຜິດຊອບອາຫານທ່ຽງ ແລະ ອາຫານຫວ່າງ ທຸກຯມື້ໃນໄລຍະການຝຶກອົບຮົມ

ເລີ່ມຮັບສະໝັກແຕ່ວັນທີ່ປະກາດ ແລະ ປິດຮັບສະຫມັກ ວັນທີ 28 ມັງກອນ 2020 ສອບຖາມ: ສຕລ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອຍຫຼວງວຽງຈັນ ໂທ: 02055744249 ແລະ ສາມາດຕື່ມແບບຟອມລົງທະບຽນ Online ໄດ້ທີ່ເວບໄຊນີ້: https://forms.gle/A1eFLJZTuFGo3wRp6.