ໃກ້ຈະໄດ້ສໍາຜັດແລ້ວ! ເມື່ອການພັດທະນາແຫຼ່ງທ່ອງທ່ຽວຂຸນກອງແລງ ຄືບໜ້າ 50%

120

ໂຄງການພັດທະນາແຫຼ່ງທ່ອງທ່ຽວຂຸນກອງແລງ ແມ່ນໜຶ່ງໃນໂຄງການທີ່ທາງ ບໍລິສັດ ອິນທຣາໂຄໂປເຣຊັນ ຈຳກັດຜູ້ດຽວ ໄດ້ຮັບອະນຸມັດໃນການສຳປະທານ ເພື່ອພັດທະນາແຫຼ່ງທ່ອງທ່ຽວ ແລະ ການພັດທະນາກະສິກຳແບບອະນຸຮັກທຳມະຊາດ, ຍືນຍົງ, ສີຂຽວ ໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າ ( The Green World @ Khamouane ) ມາຮອດປັດຈຸບັນສຳເລັດ 50%.

ທ່ານ ພັນທະຈິດ ອິນທິລາດ ປະທານ ບໍລິສັດ ອິນທຣາໂຄໂປເຣຊັນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງກ່ຽວກັບຄວາມຄືບໜ້າຂອງໂຄງການ ວ່າ: ພາຍຫຼັງໄດ້ເຊັນສັນຍາສຳປະທານໃນເດືອນມີນາ 2019 ຜ່ານມາ ກັບທາງແຂວງເພື່ອດຳເນີນການກໍ່ສ້າງປັງປຸງແຫຼ່ງທ່ອງທ່ຽວຂຸນກອງແລງ. ມາຮອດປັດຈຸບັນແມ່ນສຳເລັດແລ້ວ 50%.

ໂຄງການດັ່ງກ່າວແມ່ນເປັນໂຄງການອະນຸຮັກໂດຍປະຊາຊົນມີສ່ວນຮ່ວມ ມີເນື້ອທີ່ປະມານ 30 ເຮັກຕາ. ໃນນີ້, ໄດ້ເວນຄືນແລ້ວ 10 ເຮັກຕາ ທີ່ເຫຼືອພວມດຳເນີນການເວນຄືນ.

ໜ້າວຽກຫຼັກແມ່ນປັບປຸງທັດສະນີຍະພາບຕ່າງໆອ້ອມຂຸນ, ການສ້າງຝ່າຍ, ສ້າງນໍ້າຕົກ, ປ້ອງກັນຕາຝັ່ງເຈື່ອນຕາມສາຍນໍ້າ, ວຽກຂຸດສະນໍ້າເພື່ອຈະເຮັດເປັນສວນນໍ້າ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ຈະມາທ່ຽວ. ສຳລັບເຮືອນທີ່ກະກຽມໄວ້ໃຫ້ແຂກມາພັກເຊົາແມ່ນສຳເລັດ 50 ຫຼັງ. ໃນນີ້, ມີເຮືອນໄມ້ຊົງລາວ 25 ຫຼັງ, ເຮືອນແຄັບຊູນແບບທັນສະໄໝ ຈຳນວນ 26 ຫຼັງ ແລະ ມີກິດຈະກຳຕ່າງໆ ໄວ້ຄອຍບໍລິການນັກທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ກໍມີກິດຈະກຳແບບຜະຈົນໄພໃນຮູບແບບທຳມະຊາດ, ສຳຫຼວດ, ຍ່າງປ່າ, ປີນພູ, ລົດຖີບເສືອພູເຂົາ, ອ໋ອບໂລດ, ກິດຈະກຳທາງນໍ້າ ແລະ ອື່ນໆ.

ສຳລັບວຽກທີ່ສຳຄັນເຊັ່ນການສ້າງຕຶກອາຄານໄວ້ບໍລິການ ແລະ ວຽກປັບປຸງການປູກປ່າຄືນ ພວກເຮົາກໍໄດ້ມີການເຄື່ອນຍ້າຍຕົ້ນໄມ້ມາປູກ ປະມານ 200 ຕົ້ນ ເພື່ອຢາກໃຫ້ເປັນພື້ນທີ່ສີຂຽວໃຫ້ສົມກັບຄຳວ່າ Green world ເພາະການພັດທະນາແມ່ນແນໃສ່ທ່າແຮງບົ່ມຊ້ອນ. ພວກເຮົາຄາດວ່າຈະໃຫ້ທັນເປີດການນຳໃຊ້ໃນປີໃໝ່ລາວ 2020.

ຂຸນກອງແລງ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄຳມ່ວນ ຕາມເສັ້ນທາງເລກທີ 13 ໃຕ້, ຫ່າງຈາກຕົວເມືອງຫີນບູນປະມານ 20 ກິໂລແມັດ.