5 ປີ ສານປະຊາຊົນເຂດ 2 ແກ້ໄຂຄະດີເກືອບ 2 ພັນເລື່ອງ

183

ຕະຫຼອດໄລຍະ 5 ປີ ( 2014 – 2019 ) ສານປະຊາຊົນເຂດ 2 ນະຄອນຫຼວງວຽງຈັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢ່າງບໍ່ຢຸດຢັ້ງ ຈົນສາມາດແກ້ໄຂຄະດີໄດ້ທັງໝົດ 1.838 ເລື່ອງ ໃນທົ່ວ 16 ກຸ່ມບ້ານ.

ທ່ານ ສັກກຸນາ ຍະພິຈິດ ປະທານສານປະຊາຊົນເຂດ 2 ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວຽກງານ 3 ສ້າງ ຂອງປະຊາຊາຊົນສູງສຸດໃນທ້າຍປີຜ່ານມາວ່າ: ພາຍຫຼັງທີ່ສານປະຊາຊົນເຂດ 2 ໄດ້ຮັບມອບໝາຍໃນການປະຕິບັດວຽກງານ 3 ສ້າງ, ສານປະຊາຊົນເຂດ 2 ໄດ້ເອົາໃຈໃສ່ໃນການປັບປຸງກົນໄກບໍລິຫານພາຍໃນສານໃຫ້ດີຂຶ້ນ, ຍົກສູງວຽກງານການເມືອງ – ແນວຄິດທີ່ມີຈຸດສຸມ, ຈັນຍາບັນ, ຈັນຍາທຳໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານສານ

ເອົາໃຈໃສ່ໃນການຍົກລະດັບ ຄວາມຮູ້, ຄວາມສາມາດຂອງຜູ້ພິພາກສາ ແລະ ພະນັກງານສານ, ສ້າງບຸກຄະລາກອນຂອງສານໃຫ້ມີຄວາມກ້າວໜ້າ, ມີທັດສະນະທີ່ດີ ພ້ອມທັງສົ່ງເສີມແນວຄິດກ້າວໜ້າເຮັດວຽກດ້ວຍ ຄວາມຮັບຜິດຊອບສູງ ກ້າຄິດ ກ້າເຮັດ ແລະ ກ້າຮັບຜິດຊອບ ແລະ ອື່ນໆ.

ສາມາດແກ້ໄຂຄະດີໄດ້ທັງໝົດ 1.838 ເລື່ອງ ໃນຈຳນວນ 16 ກຸ່ມບ້ານ 157 ບ້ານ ຂອງເມືອງໄຊທານີ ( 104 ບ້ານ ) ແລະ ເມືອງປາກງື່ມ ( 53 ບ້ານ )ຄະດີແພ່ງແກ້ໄຂໄດ້ 1.117 ເລື່ອງ ເທົ່າກັບ 96%; ຄະດີອາຍາແກ້ໄຂໄດ້ 518 ເລື່ອງ ເທົ່າກັບ 99%, ຄະດີຄອບຄົວ ແກ້ໄຂໄດ້ 196 ເລື່ອງ ເທົ່າກັບ 92% ແລະ ຄະດີແຮງງານ 7 ເລື່ອງ ສາມາດແກ້ໄຂໄດ້ທັງໝົດ 100% ໃນນັ້ນຂໍອຸທອນ 2 ເລື່ອງ.