ຫາລືຜົນການຄົ້ນຄວ້າສະຖຽນລະພາບທາງດ້ານການເງິນ

211

ນັກວິຊາການ ລາວ – ຍີ່ປຸ່ນ ຫາລືກັນກ່ຽວກັບຜົນການຄົ້ນຄວ້າສະຖຽນລະພາບທາງດ້ານການເງິນໃນ ສປປ ລາວ ເພື່ອໃຫ້ລັດຖະບານໄດ້ພິຈາລະນານະໂຍບາຍໃນໄລຍະກາງແລະ ໄລຍະຍາວ ເພື່ອສ້າງຄວາມສະຖຽນລະພາບທາງດ້ານການເງິນ ແລະ ຈັດເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ 9 ໃນ 2021 – 2025.

ກອງປະຊຸມລາຍງານຜົນໄດ້ຮັບຂອງໂຄງການຮ່ວມມືຄົ້ນຄວ້າດ້ານນະໂຍບາຍ ກ່ຽວກັບການສ້າງສະຖຽນລະພາບທາງດ້ານການເງິນໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ມັງກອນ 2020 ທີ່ໂຮມແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ທ່ານ Keizo TAKEWAKA ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ, ທ່ານ Hiroshi TAKAMI ຮອງຫົວໜ້າຄົ້ນຄວ້ານະໂຍບາຍ ກະຊວງການເງິນປະເທດຍີ່ປຸ່ນ ຜູ້ຕາງໜ້າອົງການໄຈກາປະຈໍາລາວ ບັນດາທ່ານຜູ້ຕາງໜ້າຄູ່ຮ່ວມພັດທະນາບັນດາທ່ານຫົວໜ້າກົມ, ຮອງກົມ, ນັກຄົ້ນຄວ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລີເບີ ລີບົວປາວ ກ່າວວ່າ: ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ກັບບັນດາພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າຂອງໂຄງການ ເພື່ອສະເໜີໃຫ້ລັດຖະບານໄດ້ພິຈາລະນານະໂຍບາຍໃນໄລຍະກາງປີ ແລະ ໄລຍະຍາວ ເພື່ອສ້າງຄວາມສະຖຽນລະພາບທາງດ້ານການເງິນ ແລະ ຈັດເຂົ້າໃນແຜນ ພັດທະນາເສດຖະກິດ – ສັງຄົມ ຄັ້ງທີ 9 ໃນປີ 2021 – 2025.

ກອງປະຊຸມຄັ້ງນີ້ມີ ຄວາມສໍາຄັນຫຼາຍຈະໄດ້ພ້ອມກັນຮັບຟັງການສະເໜີຜົນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ເພື່ອພ້ອມກັນຄົ້ນຄວ້າປັບປຸງໃຫ້ມັນສອດຄ່ອງ ເພາະບົດລາຍງານສຸດທ້າຍນີ້ມີຄວາມສໍາຄັນ, ມີລັກສະນະວິທະຍາສາດເພື່ອເປັນບ່ອນອີງ ເປັນທາງເລືອກສໍາລັບການວາງນະໂຍບາຍການເງິນ ໃຫ້ຮັບປະກັນສະຖຽນລະພາບທີ່ເປັນປະໂຫຍດໃຫ້ແກ່ລັດຖະບານ ສປປ ລາວ ໃນການວາງແຜນພັດທະນາເສດຖະກິດ – ສັງຄົມໃນອະນາຄົດ.

ໂຄງການຄົ້ນຄວ້ານະໂຍບາຍຮ່ວມ ເພື່ອການສ້າງສະຖຽນລະພາບທາງດ້ານການເງິນໃນ ສປປ ລາວ ເປັນໜຶ່ງໃນມາດຕະການເພື່ອໃຫ້ການຊ່ວຍເຫຼືອດ້ານການເງິນ ເຊິ່ງເຮັດວຽກຮ່ວມກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ ( ໄຈກາ ) ເລີ່ມແຕ່ເດືອນມີນາ 2018 ເປັນຕົ້ນມາ ແນໃສ່ 4 ຫົວຂໍ້ຫຼັກ ຄື: ການຄຸ້ມຄອງງົບປະມານ ແລະ ໜີ້ສິນສາທາລະນະ, ການຄຸ້ມຄອງການສົ່ງອອກຊັບພະຍາກອນທໍາມະຊາດ, ການດຸນຊໍາລະກັບຕ່າງປະເທດ ແລະ ການຄຸ້ມຄອງຄັງສໍາຮອງເງິນຕາຕ່າງປະເທດ ແລະ ການພັດທະນາລະບົບການເງິນ.

( ຂ່າວ: ສົມລົດ; ຮູບ: ສຸກສະຫວັນ )