ສສກ ຈະສູ້ຊົນໃຫ້ນັກຮຽນຈົບ ມ.ປາຍ ເຂົ້າຮຽນອາຊີວະເພີ່ມຂຶ້ນ

162

ປີ 2020 ກະຊວງສຶກສາທິການ ແລະ ກີລາ ຕັ້ງເປົ້າຜະລິດບຸກຄະລາກອນອອກສູ່ສັງຄົມໃຫ້ນັບມື້ຫຼາຍຂຶ້ນ ໂດຍການສຸມໃສ່ສູ້ຊົນເຮັດໃຫ້ນັກຮຽນທີ່ຈົບການສຶກສາສາຍສາມັນໃຫ້ເຂົ້າຮຽນອາຊີວະສຶກສາ ໃຫ້ໄດ້ຢ່າງໜ້ອຍ 60% ຂອງຈຳນວນນັກຮຽນຈົບ ມ.ປາຍ ໃນທົ່ວປະເທດ ໂດຍຄັດເລືອກເອົາຜູ້ປະສົບຜົນສຳເລັດໃນສາຍອາຊີບໃດໜຶ່ງເປັນຕົວແບບໃນການໂຄສະນາແນະນຳອາຊີບ.

ພາບປະກອບຂ່າວເທົົ່ານັ້ນ

ອີງຕາມບົດລາຍງານຂອງກົມແຜນການ ກະຊວງສຶກສາທິການ ແລະ ກີລາ ໃຫ້ຮູ້ວ່າ: ປີ 2019 ມີສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ໂດຍກົງ ຈຳນວນ 90 ແຫ່ງທົ່ວປະເທດ, ມີນັກສຶກສາທັງໝົດ 57.278 ຄົນ ຍິງ 26.255 ຄົນ, ມີຄູ – ອາຈານທັງໝົດ 2.294 ຄົນ ຍິງ 1.615 ຄົນ. ໃນນັ້ນ, ສະຖານອາຊີ ວະສຶກສາພາກລັດ 23 ແຫ່ງ ມີຈຳນວນນັກສຶກສາ 35.611 ຄົນ ຍິງ 14.519 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ໃນນີ້, ຮຽນຂະແໜງກະສິກຳ 3.047 ຄົນ ( 8,56% ), ຂະແໜງອຸດສາຫະກຳ 19.709 ຄົນ ( 52,35% ), ຂະແໜງບໍລິການ 12.544 ຄົນ ( 35,23% ) ແລະ ຄູອາຊີວະສຶກສາ 311 ຄົນ ( 0,87% ); ສະຖານອາຊີວະສຶກສາພາກເອກະຊົນ 67 ແຫ່ງ ມີນັກສຶກສາທັງໝົດ 21.667 ຄົນ ຍິງ 11.736 ຄົນ. ໃນນີ້, ຮຽນຂະແໜງບໍລິການເປັນສ່ວນຫຼາຍ ເຊິ່ງກວມເອົາ 86,52%.

ພາບປະກອບຂ່າວເທົ່ານັ້ນ

ໂດຍລວມແລ້ວນັກສຶກສາເຂົ້າຮຽນອາຊີວະສຶກສາ ມີຈຳນວນເພີ່ມຂຶ້ນໃນແຕ່ລະປີ, ເນື່ອງຈາກວ່າຈຳນວນນັກຮຽນຈົບສາມັນເພີ່ມຂຶ້ນ ຈຶ່ງເຮັດໃຫ້ນັກສຶກສາເຂົ້າຮຽນອາຊີວະສຶກສາເພີ່ມຂຶ້ນ ແຕ່ຖ້າທຽບໃສ່ຈຳນວນນັກຮຽນທັງໝົດເຫັນວ່າຍັງຕໍ່າ, ອັນເນື່ອງມາຈາກລັດຖະບານຍັງຂາດນະໂຍບາຍສົ່ງເສີມການຮ່ວມມືລະຫວ່າງຜູ້ປະກອບການ, ຜູ້ລົງທຶນໃນຂົງເຂດການສ້າງສີມືແຮງງານ ແລະ ສ້າງວຽກເຮັດງານທຳ, ຫຼັກສູດການສອນຍັງບໍ່ມີຈຸດສຸມ ແລະ ບໍ່ສອດຄ່ອງກັບທ່າແຮງໃນການພັດທະນາຂອງປະເທດ

ພາບປະກອບຂ່າວເທົ່ານັ້ນ

ການລົງທຶນເຂົ້າໃນການພັດທະນາອຸປະກອນຮັບໃຊ້ການຮຽນ – ການສອນຍັງຈຳກັດ ເຮັດໃຫ້ຄຸນນະພາບຂອງນັກຮຽນທີ່ຮຽນຈົບຍັງຕໍ່າ. ດັ່ງນັ້ນ, ຈຶ່ງບໍ່ສາມາດຊອກວຽກເຮັດງານທຳ ລວມທັງຂາດນະໂຍບາຍທາງດ້ານການເງິນ ເພື່ອສົ່ງເສີມຜູ້ຮຽນຈົບໃຫ້ສາມາດປະກອບອາຊີບໄດ້.

ສະນັ້ນ, ເພື່ອໃຫ້ສາມາດສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມປາຍ ສາມາດເຂົ້າຮຽນສາຍອາຊີວະສຶກສາ ໃຫ້ໄດ້ 60% ຂອງຈຳນວນນັກຮຽນທັງໝົດ ພ້ອມທັງໃຫ້ນັກຮຽນຈົບຊັ້ນມັດທະຍົມຕົ້ນເຂົ້າຮຽນສາຍວິຊາຊີບໃຫ້ໄດ້ 5%. ປີ 2020 ສສກ ສຸມໃສ່ບາງບັນຫາຫຼັກ ເຊັ່ນ:

1 ປັບປຸງ ແລະ ຂະຫຍາຍ ຄວາມອາດສາມາດຂອງສະຖານອາຊີວະສຶກສາ ໂດຍຈັດຕັ້ງປະຕິບັດກໍ່ສ້າງໂຮງຊ່າງ, ອາຄານຮຽນ, ຫໍພັກ, ຕາຂ່າຍໄຟຟ້າ, ນໍ້າປະປາ ແລະ ສະໜອງອຸປະກອນເຕັກນິກຕ່າງໆແກ່ບັນດາໂຮງຮຽນ.

2 ສົ່ງເສີມສັງຄົມ ແລະ ພາກທຸລະກິດປະກອບສ່ວນເຂົ້າໃນການພັດທະນາອາຊີວະສຶກສາ ແລະ ເລືອກເອົາຜູ້ປະສົບຜົນສຳເລັດໃນສາຍອາຊີບໃດໜຶ່ງ ເພື່ອເປັນຕົວແບບໂຄສະນາແນວອາຊີບດັ່ງກ່າວ.

3 ປັບປຸງຫຼັກສູດ, ກໍ່ສ້າງ, ບໍາລຸງຄູ ແລະ ພັດທະນາບຸກຄະລາກອນອາຊີວະສຶກສາ.

4 ພັດທະນາຂໍ້ມູນ – ຂ່າວສານອາຊີວະສຶກສາ.

5 ປັບປຸງການຄຸ້ມຄອງອາຊີວະສຶກສາ ແລະ ຝຶກອົບຮົມນະໂຍບາຍ ແລະ ເຄື່ອງມືຄຸ້ມຄອງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ.

ນອກນັ້ນ, ຍັງສືບຕໍ່ການຮ່ວມມືດ້ານວິຊາການກັບບັນດາອົງການຈັດຕັ້ງສາກົນ ແລະ ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານການຊ່ວຍເຫຼືອຕ່າງໆຈາກຕ່າງປະເທດ.

( ຂໍ້ມູນຈາກກະຊວງສຶກສາທິການ ແລະ ກີລາ )