5 ວິທີຊ່ວຍໃຫ້ຕັ້ງໃຈຮຽນ

161

ຄຳວ່າຕັ້ງໃຈຮຽນນີ້ໄດ້ຍິນຕິດຫູມາແຕ່ຍັງນ້ອຍໆ ເພາະວ່າພໍ່ແມ່ ແລະ ອ້າຍເອື້ອຍມັກຈະບອກໃຫ້ເຮົາຕັ້ງໃຈຮຽນຕະຫຼອດເວລາ ແລ້ວຄຳວ່າຕັ້ງໃຈຮຽນນີ້ຄວາມຈິງແລ້ວເປັນແບບໃດຈຶ່ງຈະເອີ້ນວ່າຕັ້ງໃຈຮຽນ ແລະ ຖ້ານ້ອງໆຄົນໃດຢາກຕັ້ງໃຈຮຽນໃນຫ້ອງຮຽນແທ້ໆ ພວກເຮົາໄດ້ນຳເອົາ 5 ວິທີ ມາຝາກສຳລັບຄົນທີ່ຢາກຈະເລີ່ມຕົ້ນຮຽນຢ່າງຈິງຈັງ ໃຫ້ຕົວເອງໄດ້ພັດທະນາຄຸນນະພາບທາງການຮຽນດັ່ງນີ້:

1 ຕັ້ງສະຕິ: ບໍ່ວ່າແຕ່ການຮຽນເພາະວ່າເຮົາຈະເຮັດຫຍັງກໍຕາມການມີສະມາທິຈົດຈໍ່ຢູ່ກັບສິ່ງທີ່ກຳລັງເຮັດຈະເປັນບໍ່ເກີດຂອງປັນຍາ ດັ່ງຄຳບູຮານເພິ່ນວ່າ “ ຍ່າງເທື່ອລະກ້າວ ກິນເຂົ້າເທື່ອລະຄຳ ເຮັດວຽກເທື່ອລະຢ່າງ ” ຖ້ານ້ອງໆຮຽນໜັງສືຢູ່ກໍບໍ່ຄວນຫຼິ້ນໂທລະສັບ ຖ້າເຮັດວຽກບ້ານກໍບໍ່ຄວນເບິ່ງໂທລະທັດໄປ ນຳ.

2 ຈົດຂະຫຍາຍຄວາມ: ຈາກຂໍ້ທຳອິດທີ່ເວົ້າໄປແລ້ວວ່າໃຫ້ເລີ່ມຕົ້ນການຕັ້ງໃຈຮຽນດ້ວຍການມີສະມາທິຈົດຈໍ່ ແຕ່ຖ້າຫາກສະຕິຫຼຸດບໍ່ມີຈິດໃຈຮ່ຳຮຽນຈະເຮັດແນວໃດ ພວກເຮົາຈະແນະນຳວິທີງ່າຍໆໃຫ້ນ້ອງໆ ກໍຄືການຈົດຖ້ານ້ອງໆນັ່ງຟັງຢ່າງດຽວແນວໃດກໍຈື່ບໍ່ໝົດ, ຖ້າບາງວິຊາຮຽນ 3 ຊົ່ວໂມງລວດເລີຍ ແນ່ນອນວ່າຊ່ວງທ້າຍໆຕ້ອງມີອາການເຫງົານອນ. ສະນັ້ນ, ຕ້ອງແກ້ໂດຍການລົງມືຈົດຄຳອະທິບາຍ ຫຼື ຂະຫຍາຍຄວາມຕ່າງໆ ທີ່ຄູອະທິບາຍຄວນຈົດເອົາໄວ້ຂ້າງປຶ້ມທຸກຄັ້ງຈະດີກວ່າ.

3 ພະຍາຍາມບໍ່ຫຼິ້ນບໍ່ຢອກກັບໝູ່: ນ້ອງໆກໍຮູ້ຈັກກັນດີຢູ່ວ່າເພື່ອນທີ່ນັ່ງຂ້າງໆ ມັກຈະຊວນລົມຍາວໆຈົນເພີນ. ດັ່ງນັ້ນ, ເຮົາບໍ່ຕ້ອງໄປຊວນໝູ່ລົມກັນ ເພາະການຫຼິ້ນອາດຈະພາກັນເສຍເວລາຈາກການຕັ້ງໃຈຮຽນທີ່ເຮົາສ້າງມາຕັ້ງແຕ່ຕົ້ນຊົ່ວໂມງລ້າໆ ດີບໍ່ດີພາກັນບໍ່ເຂົ້າໃຈເນື້ອໃນອີກ ເມື່ອຮອດຕອນສອບເສັງຈະພາກັນເສັງບໍ່ຜ່ານໝົດທຸກຄົນກໍເປັນໄດ້ ເພາະບໍ່ມີເພື່ອນຄົນໃດເຂົ້າໃຈພໍທີ່ຈະສອນຄົນອື່ນໄດ້ ເມື່ອຮູ້ແບບນີ້ແລ້ວບໍ່ຕ້ອງໄປຊວນຄົນຂ້າງໆລົມເລື່ອງທີ່ບໍ່ມີປະໂຫຍດ.

4 ນັ່ງໂຕະໜ້າຕິດກະດານ: ບໍ່ຕ້ອງໄປສົນໃຈກັບນັກຮຽນຫຼັງຫ້ອງທີ່ບາງຄົນກໍຫົວດີມາຕັ້ງແຕ່ກຳເນີດ ຈົນບາງຄົນກໍຄິດໄປວ່ານັ່ງບ່ອນໃດກໍໄດ້ບ່ອນໃດກໍຄືກັນໝົດແຕ່ວ່າມັນບໍ່ແມ່ນຄວາມຈິງເລີຍ ການທີ່ນ້ອງໆຈະຕັ້ງໃຈຮຽນຄວນຢູ່ໃຫ້ຫ່າງໄກຈາກສິ່ງທີ່ຈະມາລົບກວນໃຫ້ຫຼາຍທີ່ສຸດ ເຊິ່ງເພື່ອນຮ່ວມຊັ້ນຮຽນກໍຫຼາຍຢູ່ແລ້ວ ຖ້າໃຫ້ເຮົາຕ້ອງໄປສົນໃຈຄົນອື່ນໆຫຼາຍກວ່ານີ້ ຕ້ອງໄປນັ່ງທາງໜ້າຕິດກະດານສົນໃຈຜູ້ສອນກໍພໍແລ້ວ.

5 ຫາຄວາມຮູ້ເພີ່ມຕື່ມ: ຕັ້ງໃຈຮຽນໃນຫ້ອງບໍ່ໄດ້ແປຄວາມວ່າຈະເອົາ ຄວາມສົງໄສ ຫຼື ສິ່ງທີ່ຢາກຮູ້ເພີ່ມຕື່ມອອກມາສຶກສານອກຫ້ອງບໍ່ໄດ້ ຖ້ານ້ອງໆມີຄຳຖາມ ຫຼື ຂໍ້ສົງໄສທີ່ບໍ່ຕ້ອງການຄຳອະທິບາຍຈາກຄູ ຫຼື ຄິດວ່າສິ່ງທີ່ສົງໄສມັນນອກເໜືອຈາກບົດຮຽນກໍສາມາດຫາຄວາມຮູ້ເພີ່ມຕື່ມໄດ້ ຈາກຫ້ອງສະໝຸດ ຫຼື ອິນເຕີເນັດກໍໄດ້.

ລອງເລີ່ມຕົ້ນຕັ້ງໃຈຮຽນຢ່າງຈິງຈັງດ້ວຍວິທີງ່າຍໆທີ່ໄດ້ກ່າວມາຂ້າງເທິງນີ້ກ່ອນ ແລະ ຖ້າຫາກພົບວ່າມັນເຂົ້າກັບຕົວເອງໄດ້ ກໍຄວນໃຊ້ວິທີເຫຼົ່ານີ້ແລ້ວເຮັດໃຫ້ກາຍເປັນຄົນຕັ້ງໃຈຮຽນຂຶ້ນແທ້ໆ ຕໍ່ໄປກໍໃຫ້ປ່ຽນຈາກການທີ່ເຮັດໄດ້ໃຫ້ເປັນເຮັດໃຫ້ໄດ້ດີຍິ່ງຂຶ້ນ ພັດທະນາຕົວເອງໃຫ້ກາຍເປັນນັກຮຽນທີ່ມີຜົນການຮຽນລະດັບຄຸນນະພາບ ແລະ ກາຍເປັນນັກຮຽນເກັ່ງໃນສາຍຕາໝູ່ເພື່ອນ, ຄູ – ອາຈານ, ພໍ່ແມ່ ແລະ ສັງຄົມ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: Tutorchulateam