ຄາດອີກ 5ປີຕໍ່ໜ້າຈະສາມາດບັນລຸໄດ້ສົ່ງອອກງົວພື້ນເມືອງລາວໄປຈີນ 5ແສນໂຕຕໍ່ປີ

322

ສປປ ລາວ ມີແຜນຈະສົ່ງ ງົວພື້ນເມືອງລາວໄປຈີນ ຈຳນວນ 500.000ໂຕ/ປີ ຄາດຈະປະຕິບັດໄດ້ເປົ້າໝາຍດັ່ງກ່າວໃນອີກ 5ປີຂ້າງໜ້າ, ໂດຍກໍານົດເອົາ ແຂວງຫຼວງນໍ້າທາ ເປັນບ່ອນລ້ຽງ (ຫຼື ບ່ອນ ກັກກັນງົວ) ເຊິ່ງກະຊວງກະສິກໍາ ແລະ ປ່າໄມ້(ກປ)ໄດ້ອະນຸຍາດໃຫ້ ສາມບໍລິສັດເອກະຊົນລາວ ແລະ ຈີນ ໃນການລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອລ້ຽງງົວ.

ພາບປະກອບ

ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງ ກປ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ປັດຈຸບັນໄດ້ມີການກະກຽມຄວາມພ້ອມຕ່າງໆໃຫ້ຖືກຕ້ອງຕາມມາດຕະຖານທີ່ອົງການຄຸ້ມຄອງການນໍາເຂົ້າສິນຄ້າຂອງຈີນ ກຳນົດອອກ ໃຫ້ຊາວກະສິກອນລາວ ເພື່ອກະກຽມ ສົ່ງງົວພັນພື້ນເມືອງຂອງລາວ ໄປຈີນ ຕາມທີ່ທາງລັດຖະບານຈີນ ໄດ້ວາງຄາດໝາຍໄວ້ໃຫ້ລາວ 5ແສນໂຕຕໍ່ປີ.

ພາບປະກອບ

ເພື່ອບັນລຸຄາດໝາຍສົ່ງອອກງົວພື້ນເມືອງລາວໄປຈີນ ໃນຈຳນວນ ດັ່ງກ່າວນັ້ນ ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກນິຕິກຳຄຸ້ມຄອງ ມາດຕະຖານການຜະລິດງົວເພື່ອສົ່ງ ໄປຈີນ ໃຫ້ສອດຄອງກັບລະບຽບການ ຂອງຈີນ ໂດຍໄດ້ສົມທົບກັບອຳນາດ ການປົກຄອງທ້ອງຖິ່ນ ຊຶ່ງໄດ້ກຳນົດ ເອົາແຂວງຫຼວງນໍ້າທາ ເປັນແຂວງ ສ້າງເປັນເຂດຄັງງົວ ຫຼື ບ່ອນລ້ຽງງົວ ຄຽງຄູ່ກັບການພັດທະນາພື້ນຖານວັດຖຸ ແລະ ເຕັກນິກ, ການກວດກາ ກັກກັນສັດ, ວິໄຈ ພະຍາດ, ກວດກາສຸຂະ ພາບສັດ ແລະ ອອກໃບຢັ້ງຢືນດ້ານສຸຂະອະນາໄມໃຫ້ສອດຄ່ອງ ກັບມາດຕະຖານ ຂອງລາວ ແລະ ອື່ນໆ.

ທ່ານ ລັດຖະມົນຕີກະຊວງ ກປ  ກ່າວຕື່ມວ່າ: ປັດຈຸບັນໄດ້ອະນຸຍາດໃຫ້ສາມບໍລິສັດ ເອກະຊົນ ຂອງ ລາວ ແລະ ຈີນ ໃນການລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ, ສ້າງສູນກັກກັນສັດ, ເຊິ່ງມີສອງບໍລິສັດ ກໍ່ສ້າງສໍາເລັດແລ້ວ ກຳລັງຢູ່ໃນຂັ້ນຕອນການກວດກາ ຮັບຮອງມາດຕະຖານຂອງ ເຈົ້າໜ້າທີ່. ສໍາລັບການສົ່ງງົວອອກ ແມ່ນຈະມີການທົດລອງໃນຕົ້ນປີນີ້ ສ່ວນຈະໄດ້ຕາມເປົ້າໝາຍທີ່ວາງໄວ້ຈຳນວນ 500.000ໂຕ/ປີນັ້ນ ຈະບັນລຸໃນອີກ 5 ປີຂ້າງໜ້າ.

ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ