ໜ້າຫ່ວງ! ຕົວເລກການເກີດອັກຄີໄພ ໃນນະຄອນຫຼວງເພີ່ມຂຶ້ນເທົ່າຕົວ ໃນປີ 2019

110

ໃນປີ 2019 ນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນ 80ຄັ້ງ ທຽບໃສ່ປີ 2018 ເພີ່ມຂຶ້ນ 40ຄັ້ງ, ເຊິ່ງຖືເປັນການເພີ່ມຂຶ້ນແບບເທົ່າຕົວ ສາເຫດສ່ວນຫຼາຍມາຈາກການຖືເບົາຕໍ່ການນໍາໃຊ້ໄຟ.

ພາບປະກອບຂ່າວ

ພະແນກຕຳຫລວດສະກັດກັ້ນ ແລະຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2019 ທົ່ວນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 80 ຄັ້ງ ທຽບໃສ່ປີ 2018 ເພີ່ມຂຶ້ນ 40 ຄັ້ງ ໄດ້ຮັບຜົນເສຍເຫຍໄໝ້ເປັນຫ້ອງ 25 ຫ້ອງ, ເປັນສາງເຄື່ອງ 1 ສາງ, ເປັນຫລັງ 36 ຫລັງ, ປ່າຫຍ້າ 12 ໄລ່, ຫ້ອງແຖວ 3 ຫ້ອງ, ລົດຈັກ 6 ຄັນ, ຮ້ານຂາຍເຄື່ອງ 26 ຮ້ານ, ໄໝ້ເຄື່ອງຢາງທີ່ເປັນປລາສຕິກ 10 ໂຕນ ລວມມູນຄ່າຄວາມເສຍຫາຍເປັນເງິນກີບ 12,8 ຕື້ກີບ, ເງິນບາດ 3 ແສນບາດ ແລະ ເງິນໂດລາສະຫະລັດ 50 ພັນໂດລາ.

ພາບປະກອບຂ່າວ

ສາເຫດທີ່ພາໃຫ້ເກີດອັກຄີໄພໃນແຕ່ລະຄັ້ງ ແມ່ນເກີດຈາກການອົບໄມ້ 1 ຄັ້ງ, ໄຕ້ທູບທຽນບູຊາ 7 ຄັ້ງ, ຈູດຂີ້ເຫຍື້ອ ແລະ ຈູດປ່າ 8 ຄັ້ງ, ຄົນຈູດ 8 ຄັ້ງ, ຍ້ອນການສູບ­ຢາ 3 ຄັ້ງ, ໄຟໄໝ້ແລ້ວລາມໄປໃສ່ ໂຮງ­ງານ 1 ຄັ້ງ, ຍ້ອນມົ້ວສຸມຢາເສບຕິດ 2 ຄັ້ງ, ຈອດເຫລັກ 2 ຄັ້ງ ແລະ ແຕ່ງ­ກິນ 2 ຄັ້ງ.

ພາບປະກອບຂ່າວ

ຕໍ່ກັບເຫດ­ການທີ່ເກີດຂຶ້ນທັງໝົດນັ້ນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ 79 ລາຍ ແລະ ຍັງດຳເນີນຄະດີຢູ່ 1 ລາຍ, ສ່ວນເມືອງ ທີ່ເກີດອັກຄີໄພຫລາຍກວ່າໝູ່ ໃນປີ 2019 ແມ່ນເມືອງໄຊເສດຖາ 16 ຄັ້ງ ຮອງລົງມາແມ່ນ ຫາດຊາຍຟອງ 15 ຄັ້ງ ແລະ ສີໂຄດຕະບອງ 13 ຄັ້ງ.

ພາບປະກອບຂ່າວ

ຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່