ເປົ້າໝາຍ 2020 ລັດຖະບານຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 3ພັນກວ່າຄອບຄົວ

289

ປີ 2020 ລັດຖະບານວາງຄາດໝາຍສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຕະຖານຄອບຄົວພົ້ນທຸກໃຫ້ໄດ້ 3.234 ຄອບຄົວ ໃຫ້ຍັງເຫຼືອ 60.160 ຄອບຄົວ ເທົ່າກັບ 4,9%.

ພາບປະກອບຂ່າວ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານທິດທາງ ແລະ ຄາດໝາຍສູ້ຊົນ ແຜນປີ 2020 ດ້ານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃຫ້ຮູ້ວ່າ: ຈະສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຕະຖານຄອບຄົວພົ້ນທຸກ ໃຫ້ໄດ້ 3.234 ຄອບຄົວ ໃຫ້ຍັງເຫຼືອ 60.160 ຄອບຄົວ ເທົ່າກັບ 4,9%. ພ້ອມນີ້ ສູ້ຊົນສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຕະຖານບ້ານພົ້ນທຸກ ໃຫ້ໄດ້ 220 ບ້ານ, ຍັງເຫຼືອ 1.204 ບ້ານ ເທົ່າກັບ 14,27%

ພາບປະກອບຂ່າວ

ສູ້ຊົນສ້າງເມືອງພົ້ນທຸກໃຫ້ໄດ້ 2ເມືອງ (ເມືອງຮນອງ ແຂວງສະຫວັນນະເຂດ ແລະ ເມືອງຊອນ ແຂວງຫົວພັນ) ຈະຍັງເຫຼືອ 21 ເມືອງ ເທົ່າກັບ 14,19%; ສູ້ຊົນຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນທີ່ບໍ່ມີພູມລໍາເນົາຄົງທີ່ ແລະ ອາຊີບບໍ່ໝັ້ນຄົງໃຫ້ໄດ້ 163ບ້ານ ແລະ ແກ້ໄຂບັນຫາການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍໃຫ້ສໍາເລັດໂດຍພື້ນຖານ; ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ ແລະດໍາເນີນໄປຕາມແຜນການທີ່ວາງໄວ້.

ພາບປະກອບຂ່າວ

ສູ້ຊົນສ້າງບ້ານພັດທະນາທີ່ເປັນຕົວແບບ ບັນລຸມາດຕະຖານພັດທະນາໃຫ້ໄດ້ 100ບ້ານ ເທົ່າກັບ 52,19% ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ 8.470 ບ້ານ ແລະ ສ້າງຕົວແບບບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ຕື່ມອີກ 18ບ້ານ ຈາກ 65ບ້ານ ມາເປັນ 83ບ້ານ.

ພາບປະກອບຂ່າວ

ຂະນະດຽວກັນ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຂຶ້ນສະເໜີບົດສະເໜີກ່ຽວກັບທິດທາງ ແລະ ມາດຕະການຈຸດສຸມ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ປີ 2020 ຕໍ່ກອງປະຊຸມວຽກງານແຜນການການເງິນປີ 2020 ວ່າ: ປີຜ່ານມາ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການແກ້ໄຂຄອບຄົວທຸກຍາກໄດ້ຕາມມາດຖານ 2.209 ຄອບຄົວ ເທົ່າກັບ 47,5 ຂອງແຜນການປີ ຄາດຄະເນໝົດປີຈະປະຕິບັດໄດ້ຕາມແຜນ (ມະຕິສະພາ 4.649 ຄອບຄົວ) ລຶບລ້າງບ້ານທຸກຍາກໄດ້ 112 ບ້ານ ເທົ່າກັບ 56% ຂອງແຜນການປີຄາດຄະເນໝົດປີຈະປະຕິບັດໄດ້ຕາມແຜນ (ມະຕິສະພາ 200 ບ້ານ) ສາມາດສ້າງບ້ານພັດທະນາໄດ້ 167 ບ້ານ ລື່ນແຜນທີ່ວາງໄວ້ 67 ບ້ານ (ມະຕິສະພາ 100 ບ້ານ).