7ເຕັກນິກຝຶກຝົນຄວາມຈໍາກ້າວສູ່ການເປັນນັກຮຽນເກັ່ງ

98

ໃນຊີວິດໄວຮຽນທຸກຄົນລ້ວນແຕ່ຢາກເປັນຄົນຮຽນດີ-ຮຽນເກັ່ງ ເພາະຄົນຮຽນເກັ່ງມີຂໍ້ໄດ້ປຽບກວ່າຄົນທີ່ຮຽນອ່ອນຢ່າງຫຼວງຫຼາຍ ບໍ່ວ່າຈະເປັນໂອກາດທີ່ຈະເສັງເຂົ້າຮຽນວິຊາຊີບ ຫຼື ມະຫາວິທະຍາໄລ ທີ່ມີຊື່ສຽງ; ທັງເປັນການສ້າງຄວາມພາກພູມໃຈໃຫ້ກັບພໍ່ແມ່ອີກດ້ວຍ. ໃນນັ້ນ ກໍຍັງມີພໍ່-ແມ່ບາງຄົນຕ້ອງຈ່າຍເງິນຈໍານວນຫຼາຍເພື່ອຊຸກຍູ້ໃນການຮຽນຂອງລູກນອກໂມງຮຽນຕື່ມອີກ.

ມື້ນີ້, ພວກເຮົາມີ 7 ເຕັກນິກການຮຽນເກັ່ງ ທີ່ຈະເຮັດໃຫ້ນ້ອງໆເປັນນັກຮຽນເກັ່ງຂຶ້ນທັນຕາ ໂດຍບໍ່ຕ້ອງເມື່ອຍກັບການຮຽນພິເສດຫຼາຍເກີນຄວາມຈຳເປັນ ລອງປະຕິບັດຕາມເຄັດລັບນັກຮຽນເກັ່ງດັ່ງຕໍ່ໄປນີ້ໄດ້ເລີຍ.

1 ພັກຜ່ອນໃຫ້ພຽງພໍ: ການຜັກຜ່ອນຢ່າງພຽງພໍແມ່ນສິ່ງສຳຄັນຫຼາຍຖ້າຢາກຮຽນເກັ່ງ ເພາະວ່າຫາກພັກຜ່ອນບໍ່ພຽງພໍຈະເຮັດໃຫ້ເຮົາບໍ່ສົດຊື່ນ, ສອງໝອງບໍ່ປອດໂປ່ງ ແລະ ອາດເຖິງຂັ້ນນອນຫຼັບໃນຫ້ອງຮຽນໄດ້ ຊຶ່ງມັນຈະນຳໄປສູ່ຄວາມບໍ່ເຂົ້າໃຈໃນເນື້ອຫາທີ່ຮຽນໃນຊົ່ວໂມງດັ່ງກ່າວ, ສະນັ້ນ ຢາກແນະນຳໃຫ້ນ້ອງໆພັກຜ່ອນໃຫ້ພຽງພໍໂດຍຄວນນອນວັນລະ 6-8 ຊົ່ວໂມງ ເພື່ອໃຫ້ ເວລາຮຽນນັ້ນ ສະໝອງສາມາດເຮັດວຽກໄດ້ຢ່າງເຕັມທີ່ ຊຶ່ງຈະເຮັດໃຫ້ນ້ອງໆເຂົ້າໃຈເນື້ອຫາທີ່ຮຽນໄດ້ຢ່າງຊັດເຈນນັ້ນເອງ.

2 ກ້າຖາມເມື່ອບໍ່ເຂົ້າໃຈ: ເທັກນິກການຮຽນເກັ່ງຂໍ້ 2 ເປັນສິ່ງທີ່ຂັດກັບນັກຮຽນຫຼາຍທີ່ສຸດເພາະຂໍ້ເສຍທີ່ສຳຄັນຂອງເດັກຢ່າງໜຶ່ງນັ້ນຄືບໍ່ກ້າຖາມຄຳຖາມເມື່ອບໍ່ເຂົ້າໃຈ ອາດເປັນເພາະວ່າຢ້ານໝູ່ເພື່ອນວ່າເຮົາໂງ່ ຫຼື ອາຍທີ່ຈະຍົກມືຖາມອາຈານ.

ການຮຽນທີ່ຕ້ອງໃຊ້ພື້ນຖານຈາກຄວາມບໍ່ເຂົ້າໃຈເລື່ອງທຳອິດ ແລະ ຈະເຮັດໃຫ້ການຮຽນຂອງນ້ອງໆມີແຕ່ຄຳຖາມທີ່ບໍ່ເຂົ້າໃຈເຕັມໄປໝົດ ສະນັ້ນ, ຖ້າຢາກຮຽນເກັ່ງຕ້ອງ “ກ້າຖາມ”; ການຖາມ ອາຈານໃນຊັ້ນຮຽນບໍ່ແມ່ນເລື່ອງໜ້າອັບອາຍ ຫຼື ບໍ່ໄດ້ໝາຍຄວາມວ່າຄົນທີ່ຖາມນັ້ນໂງ່; ຫຼາຍໆຄັ້ງຄຳຖາມທີ່ນ້ອງຖາມໃນຫ້ອງຮຽນກໍ່ເປັນຄຳຖາມທີ່ໜ້າສົນໃຈ ຈົນເຮັດໃຫ້ອາຈານຕະລຶງໄດ້ຄືກັນ.

3 ມີສະມາທິໃນເວລາຮຽນ: ເຄັດລັບຮຽນເກັ່ງຂໍ້ຕໍ່ມາຄືການມີສະມາທິໃນເວລາຮຽນ ນັ້ນບໍ່ຕ້ອງສົນໃຈກັບເລື່ອງອື່ນທີ່ມັນລົບກວນສະມາທິທີ່ຢູ່ອ້ອມແອມຕົວເຮົາ ເຊັ່ນ: ໝູ່ລົມກັນສຽງດັງ, ສຽງລົບກວນຈາກຂ້າງນອກ ແລະ ອື່ນໆອີກຫຼາຍຢ່າງ.

ການຮຽນຢ່າງມີສະມາທິນັ້ນຈະເຮັດໃຫ້ນ້ອງໆເຂົ້າໃຈບົດຮຽນ ແລະ ສອບເສັງໄດ້ຄະແນນດີຢ່າງແນ່ນອນ ເພາະສິ່ງທີ່ອາຈານອອກຂໍ້ສອບກໍ່ຕ້ອງເປັນສິ່ງທີ່ຮຽນມາແນ່ນອນ.

4 ຈັບໃຈຄວາມໃຫ້ໄດ້: ຄົນທີ່ຮຽນເກັ່ງອາດບໍ່ໄດ້ເກັບທຸກຄຳເວົ້າຂອງອາຈານໄດ້ແຕ່ຕ້ອງເປັນຄົນທີ່ຈັບໃຈຄວາມສຳຄັນໃນບົດຮຽນນັ້ນໄດ້. ການຈັບປະເດັນນັ້ນ ເປັນເທັກນິກການຮຽນເກັ່ງ ທີ່ສາມາດເຮັດໄດ້ງ່າຍໆໂດຍຕັ້ງໃຈຟັງວ່າເນື້ອໃນໃດທີ່ອາຈານເວົ້າຊ້ຳໆກັນ, ເວົ້າຈຸດທີ່ສຳຄັນ ຫຼື ຈຸດທີ່ເຄີຍອອກຂໍ້ສອບ, ເມື່ອຈັບປະເດັນໄດ້ກໍ່ຢ່າລືມໃສ່ເຄື່ອງໝາຍ ຫຼື ຂີດອ້ອມໄວ້ ເພື່ອເວລາກັບມາອ່ານຄືນຈະໄດ້ເນັ້ນອ່ານບໍລິເວນເນື້ອໃນທີ່ສຳຄັນນັ້ນ.


5 ອ່ານເນື້ອໃນກ່ອນຮຽນ: ການອ່ານເນື້ອໃນກ່ອນເວລາຮຽນແມ່ນສິ່ງທີ່ຄວນເຮັດ; ຖ້າເຮົາໄດ້ອ່ານເນື້ອໃນກ່ອນແລ້ວຈະເຮັດໃຫ້ເຮົາພໍທີ່ຈະຈັບປະເດັນໄດ້ວ່າເນື້ອໃນທີ່ກຳລັງຈະຮຽນນັ້ນເວົ້າເຖິງເລື່ອງຫຍັງ.

6 ຢ່າເອົາແຕ່ຈົດຢ່າງດຽວ: ການຮຽນໃນຫ້ອງຮຽນນັ້ນຢ່າເອົາແຕ່ຈົດສິ່ງທີ່ອາຈານຂຽນຢູ່ກະດານ ຕ້ອງຟັງຄຳອະທິບາຍ ເພາະຫຼາຍຄັ້ງທີ່ເອົາແຕ່ຈົດໂດຍບໍ່ຟັງ ແລະ ບໍ່ທຳຄວາມເຂົ້າໃຈເລີຍ ເຮົາຈະພົບວ່າເມື່ອນຳສິ່ງນັ້ນກັບມາອ່ານອີກຄັ້ງ ຈະຮູ້ສຶກບໍ່ເຂົ້າໃຈເນື້ອໃນທີ່ຈົດມາເລີຍ.

7 ສອນໝູ່ໃນເລື່ອງທີ່ເຂົ້າໃຈ: ມີງານວິໄຈຈຳນວນຫຼາຍໄດ້ພິສູດມາແລ້ວວ່າ ວິທີການຮຽນທີ່ເຮັດໃຫ້ຈື່ໄດ້ຍາວນານທີ່ສຸດຄື “ການສອນ” ເພາະໃນການສອນນັ້ນຜູ້ສອນຈະຕ້ອງເຂົ້າໃຈເນື້ອໃນຢ່າງຊັດເຈນ, ຮູ້ວ່າເນື້ອໃນຈຸດໃດສຳຄັນ ຫຼື ບໍ່ສຳຄັນ; ເມື່ອເຂົ້າໃຈຖືກຈຸດແລ້ວພວກເຂົາກໍ່ພ້ອມທີ່ຈະອະທິບາຍໃຫ້ຜູ້ອື່ນຟັງຈົນເຂົ້າໃຈ.

ເປັນແນວໃດແດ່ກັບເຄັດລັບຮຽນເກັ່ງທີ່ນຳມາຝາກນີ້ ຫວັງວ່ານ້ອງໆຈະນຳໄປໃຊ້ເພື່ອພັດທະນາໃຫ້ຕົນເອງຮຽນດີ-ຮຽນເກັ່ງຂຶ້ນ.

ຂໍ້ມູນຈາກ:top-atutor