ອຸບັດເຫດເກີດຂຶ້ນໄດ້ທຸກເມື່ອ! ປີ 2019 ຄໍາມ່ວນມີຄົນເສຍຊີວິດຍ້ອນສາເຫດນີ້ 21ຄົນ

166

ໝົດປີ 2019 ແຂວງຄໍາມ່ວນ ມີອຸບັດເຫດເກີດຂຶ້ນ 59ລາຍ ໃນນັ້ນ ມີຜູ້ເສຍຊີວິດທັງໝົດ 21ຄົນ ພ້ອມບາດເຈັບສາຫັດອີກຈໍານວນຫຼາຍ.

ພາບປະກອບ

ທ່ານ ພັຕ ບຸນອ້ອມ ພົມມະຈັນ ຮອງຫົວໜ້າພະແນກຕຳຫລວດຈະລາຈອນ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນປີ 2019 ທີ່ຜ່ານມາ, ທົ່ວແຂວງຄຳມ່ວນ ມີອຸບັດເຫດເກີດຂຶ້ນທັງໝົດ 59 ລາຍ, ມີຄົນບາດເຈັບເລັກໜ້ອຍ ຫາເຈັບສົມຄວນ 123 ຄົນ, ເຈັບສາຫັດ 20 ຄົນ ແລະ ເສຍຊີວິດ 21 ຄົນ.

ໃນຂະນະທີ່ໃນໄລຍະ 4 ວັນການສະເຫລີມສະຫລອງປີໃໝ່ສາກົນ (30/12/2019-02/01/2020) ມີອຸບັດເຫດເກີດຂຶ້ນທັງໝົດ 8 ລາຍ, ມີຜູ້ບາດເຈັບເລັກໜ້ອຍ ຫາເຈັບສົມຄວນ 14 ຄົນ, ເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 1 ຄົນ.


ທຽບໃສ່ປີ 2018 ການເກີດອຸປະຕິເຫດແມ່ນຫລຸດລົ ແລະ ຈໍານວນຄົນເສຍຊີວິດຫລຸດລົງ 11 ຄົນ. ສ່ວນສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດ ແມ່ນການດື່ມສິ່ງມຶນເມົາແລ້ວຂັບ, ຂັບຂີ່ລົດໄວເກີນກຳນົດ, ສະພາບເຕັກນິກລົດບໍ່ຮັບປະກັນ, ລະເມີດກົດລະບຽບຈະລາຈອນ, ລວມທັງສະພາບເສັ້ນທາງເປ່ເພເປັນຂຸມ ແລະ ອື່ນໆ.

ຂໍ້ມູນຈາກ: ຂ່າວສານປະເທດລາວ