ບຸນພະບາດໂພນສັນເລີ່ມແລ້ວເດີ້! ເຮົາມາຮູ້ຈັກປະຫວັດກ່ອນ

298

ວັດພະບາດໂພນສັນ ຫຼື ວັດພະບາດໂພນສັນພຸດທະເຈດີ ສະຖານແຫ່ງອະລິຍະທຳອັນລໍ້າຄ່າ ຂອງຊາວເມືອງທ່າພະບາດ ກໍ່ຄືຂອງຊາວແຂວງບໍລິຄຳໄຊ ທຸກໆປີຈະມີງານບຸນນະມັດສະການໃນວັດດັ່ງກ່າວ ແລະປີນີ້ບຸນໄດ້ເລີ່ມຂຶ້ນແລ້ວ.

ວັດແຫ່ງນີ້ຕັ້ງຢູ່ແຄມທາງເລກທີ 13 ໃຕ້ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 80 ກິໂລແມັດ ເປັນບູຮານສະຖານທີ່ເກົ່າແກ່ ທີ່ຊາວພຸດທະສາຊະນິກະຊົນແຕ່ເໜືອຮອດໃຕ້ໃຫ້ຄວາມເຫຼື້ອມໃສສັດທາ.

ແຕ່ລະປີຊາວເມືອງ ແລະ ແຂວງ ບໍລິຄໍາໄຊຈະໄດ້ຮ່ວມກັນຈັດງານບຸນນະມັດສະການພະບາດໂພນສັນຂອງເມືອງທ່າພະບາດ ໃນເດືອນຢີ່ (ເດືອນ 2 ລາວ) ມື້ຂື້ນ 12-15 ຄໍ່າ ເດືອນ 2 ລາວ ຂອງທຸກໆປີ… ເຊິ່ງປີນີ້ກົງກັບວັນທີ 6-9 ມັງກອນ 2020.

ພາຍໃນງານຈະມີການຂາຍສິນຄ້າຕ່າງໆຢ່າງຫຼວງຫຼາຍເຊັ່ນ: ຜະລິດຕະພັນທີ່ເປັນເອກະລັກຂອງເມືອງທ່າພະບາດທ່ານສາມາດເລືອກຊື້ໄດ້, ທຸກຄ່ຳຄືນກໍ່ມີການຄົບງັນດ້ວຍການສະແດງສິນລະປະຂອງວັນນະຄະດີ ແລະ ມີວົງດົນຕີບັນເລັງໃຫ້ຄວາມມ່ວນຊື່ນຕາມອັດທະຍາໃສຂອງທ່ານ.

ວັດພະບາດໂພນສັນ ແມ່ນໄດ້ເລີ່ມບູລະນະປະຕິສັັງຂອນຂື້ນເລີ່ມແຕ່ເດືອນ 4 ເມສາ ປີ ຈໍ (ພສ.2479 ຫຼື ຄສ.1933). ທີ່ມາຂອງຄໍາວ່າ “ວັດພະບາດ” ກໍ່ມາຈາກມີຮອຍບາດ ຫຼື ຮອຍພະພຸດທະເຈົ້ານັ້ນເອງ ເຊິ່ງມີເລື່ອງເລົ່າກັນມາວ່າ: ກ່ອນພະພຸດທະອົງຈະມາເມລະມິດຮອຍໄວ້ບ່ອນນິ້ເພິ່ນໄດ້ໄປນັ່ງສັນເຂົ້າຍູ່ໂພນສັນກ່ອນແລ້ວຈຶ່ງມາເນລະມິດຮອຍໄວ້ເປັນຂອງສັກສິດຄູ່ບ້ານຄູ່ເມືອງຢູ່ວັດພະບາດໂພນສັນ ກໍ່ຄືຮອຍພະພຸດທະບາດ, ສິ່ງສັກສິດທີ່ຢູ່ຄູ່ພະບາດກໍມີ ພະພຸດທະຮູບອົງນອນ ແລະ ພະທາດເຈດີເປັນ ແລະໄດ້ປະກາດວັດພະບາດໂພນສັນເປັນແຫຼ່ງທ່ອງທ່ຽວວັດທະນະທຳໃນວັນທີ 14 ກໍລະກົດ 2009.

ຂໍ້ມູນຈາກ: ພະແນກ ຖວທ ແຂວງ ບໍລິຄໍາໄຊ