“ມີໂດ່ ຂຸນລະດົມ” ປູກຜັກຂາຍສົ່ງໂຕເອງຮຽນ ກ່ອນໄດ້ຮັບທຶນ SCG

142

ທ້າວ ມີໂດ່ ຂຸນລະດົມ ມີພູມລໍາເນົາເດີມຢູ່ ບ້ານ ນາຊໍາ ເມືອງ ຫີນເຫີບ ແຂວງວຽງຈັນ ປັດຈຸບັນ ເປັນນັກສຶກສາປີ 3 ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ.​ ເຊິ່ງໃນວັນທີ 17 ທັນວາ 2019 ທີ່ຜ່ານມາ ມີໂດ່ ແມ່ນໄດ້ຮັບທຶນການສຶກສາ ໃນລະດັບປະລິນຍາຕີ ຈາກໂຄງການ SCG Sharing the Dream ເປັນປີທຳອິດ.

ມີໂດ່ ເລົ່າວ່າ: ກ່ອນທີ່ຈະໄດ້ຮັບທຶນ ນ້ອງເອງກໍ່ໄດ້ສູ້ຊີວິດມາພໍສົມຄວນ ໄດ້ອອກຈາກບ້ານເພື່ອມາຊອກວຽກເຮັດ ຫາເງິນເປັນທຶນໃຫ້ໂຕເອງໄດ້ສຶກສາຕໍ່ໃນລະດັບປະລິນຍາຕີ ແຕ່ເງິນທີ່ຫາມາໄດ້ ກໍ່ຍັງບໍ່ພຽງພໍກັບຄ່າໃຊ້ຈ່າຍ ເລີຍໄດ້ໄປອາໄສຢູ່ທີ່ວັດໂພນພະເນົາ ໂດຍມີຄູບາເປັນຜູ້ຊ່ວຍເຫຼືອຊຸກຍູ້ເລື່ອງຂອງທຶນການສຶກສາສ່ວນໜຶ່ງ ໃຫ້ຕົນເອງສາມາດໄດ້ເຂົ້າສຶກສາ ທີ່ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ.

ຫຼັງຈາກໄດ້ເຂົ້າສຶກສາແລ້ວ, ນ້ອງເອງກໍພະຍາຍາມຊອກວຽກເຮັດໃຫ້ໄດ້ເງິນ ເພາະໄດ້ຍ້າຍມາພັກທີ່ຫໍພັກຂອງຄະນະ ແຕ່ກໍ່ບໍ່ສາມາດຊອກວຽກໄດ້ ຈື່ງໄປຂໍພື້ນທີ່ດິນຂອງຄະນະນໍາອາຈານ ເພື່ອມາປູກຜັກຂາຍ ແລ້ວນໍາເງິນມາຊຸກຍູ້ໂຕເອງຮຽນ.

ມີໂດ່ ໄດ້ບອກຕື່ມວ່າ: ກ່ອນທີ່ຈະໄດ້ມາຮູ້ຈັກກັບທຶນ SCG Sharing the Dream ແມ່ນໄດ້ພະຍາຍາມຊອກຫາແຫຼ່ງທຶນຕ່າງໆທີ່ເພີ່ນມາຊ່ວຍເຫຼືອຜູ້ທີ່ຂາດທຶນການສຶກສາ ໂດຍການຊອກຕາມໂຊຊ້ຽວ ຖາມໝູ່ ຖາມຜູ້ໃຫຍ່ຫຼາຍຄົນໆ ແລ້ວມື້ໜຶ່ງມີໝູ່ທີ່ເປັນອາສາສະໝັກນໍາກັນ ໄດ້ສົ່ງຂ່າວປະກາດຮັບນັກສຶກສາທຶນຂອງໂຄງການ  SCG Sharing the Dream ແລ້ວ ນ້ອງກໍ່ໄດ້ລອງສະໝັກທຶນນີ້ ຫຼັງຈາກນັ້ນກໍ່ໄດ້ຖຶກຄັດເລືອກ ໃຫ້ເຂົ້າມາສໍາພາດຜ່ານການໂອ້ລົມກັນຕົວຈີງຜູ້ໃຫຍ່ເຫັນວ່າ ນ້ອງມີຄວາມຕັ້ງໃຈ ທີ່ຈະສຶກສາຮໍ່າຮຽນ ມີເປົ້າໝາຍໃນຊີວິດ ແລະ ຍັງເປັນຄົນທີ່ຂາດເຂີນທຶນການສຶກສາຢ່າງແທ້ຈີງ ຈິ່ງໃຫ້ໂອກາດມອບທຶນການສຶກສາໃຫ້ແກ່ນ້ອງ ແລະ ທຶນດັ່ງກ່າວທີ່ນ້ອງໄດ້ຮັບ ແມ່ນຈະໃຊ້ເຂົ້າໃນການຈ່າຍຄ່າເທີມ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນໃນການສຶກສາ.

ນ້ອງຮູ້ສຶກຊາບຊື້ງຕື້ນຕັນໃຈຫຼາຍ ແລະ ຂໍຂອບໃຈທີ່ທາງ SCG ໄດ້ມອບທຶນການສຶກສາໃຫ້ນ້ອງ ແລະ ນ້ອງສັນຍາວ່າ ຈະປະຕິບັດຕົນເອງ ໃຫ້ເປັນຄົນດີເປັນແບບຢ່າງທີ່ດີຂອງສັງຄົມ ແລະ ປະເທດຊາດຕໍ່ໄປ.

ສຳລັບ​ທຶນ​ SCG ດຳເນີນໂຄງການນີ້ ເປັນເວລາ 8 ປີ ແລະ ໃນປີນີ້ແມ່ນໄດ້ມອບທຶນການສຶກສາລະດັບມັດທະຍົມຕອນປາຍລວມ 300 ທຶນ ສຳລັບນະຄອນຫຼວງວຽງຈັນຈຳນວນ 160 ທຶນ ແລະແຂວງ ຄຳມ່ວນຈຳນວນ 140 ທຶນ ແລະ ທຶນການສຶກສາລະດັບປະລິນຍາຕີເພີ່ມຈໍານວນ 10 ທຶນ ຫຼັງຈາກທີ່ໄດ້ມອບທຶນລະດັບປະລິນຍາຕີໄປກາຍນີ້ເປັນປີທໍາອິດຈໍານວນ 10 ທຶນ ແລະ ທ້າວ ມີໂດ່ ຂຸນລະດົມ ແມ່ນໄດ້ຮັບທຶນນີ້ເປັນປີທໍາອິດໃນລະດັບປະລິນຍາຕີ

ຈາກ: ອິນໄຊລາວ