ລັດຖະບານຕົກລົງຍົກລະດັບ ດ່ານປາງມອນເປັນດ່ານສາກົນແລ້ວ

838

ດ້ວຍທ່າແຮງທາງເສດຖະກິດການຜະລິດຂອງແຂວງໄຊຍະບູລີ ເຊິ່ງປະຊາຊົນມີມູນເຊື້ອໃນການເຮັດກະສິກຳເປັນສິນຄ້າ ພື້ນທີ່ພູມີສາດກໍ່ມີເງື່ອນໄຂເອື້ອອຳນວຍ ມີຊາຍແດນຕິດຈອດກັບປະເທດໄທທີ່ງ່າຍຕໍ່ການທຳມາຄ້າຂາຍ ກະຊວງການຕ່າງປະເທດຈິ່ງເຫັນວ່າຄວນຍົກລະດັບດ່ານປາງມອນໃຫ້ເປັນດ່ານສາກົນ.

ຕາມແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ ເຖິງ ເຈົ້າແຂວງໆໄຊຍະບູລີ ໂດຍອີງໃສ່ເອກະສານລາຍງານ ສະບັບເລກທີ 9605/ຕປທ.ຫຄຊ, ລົງວັນທີ 05 ທັນວາ 2019 ຂອງກະຊວງການຕ່າງປະເທດ ເລື່ອງການສະເໜີຍົກລະດັບດ່ານປະເພນີ ປາງມອນ, ເມືອງຄອບ, ແຂວງໄຊຍະບູລີ ໃຫ້ເປັນດ່ານສາກົນເພີ່ມຂຶ້ນອີກແຫ່ງໜຶ່ງນັ້ນ.

ອີງຕາມການຕົກລົງ ຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 27 ທັນວາ 2019 ໃຫ້ເຫັນດີອະນຸມັດຍົກລະດັບດ່ານປະເພນີ ປາງມອນ, ເມືອງຄອບ, ແຂວງໄຊຍະບູລີ ຂຶ້ນເປັນດ່ານສາກົນ ເພື່ອໃຫ້ສົມຄູ່ກັບດ່ານສາກົນບ້ານຮວກ (ເບື້ອງໄທ) ຕາມການສະເໜີ ຂອງກະຊວງການຕ່າງປະເທດ.

ທັງນີ້ ກໍເປັນການຍົກລະດັບທາງດ້ານເສດຖະກິດ, ການທ່ອງທ່ຽວ, ຄົມມະນາຄົມ ໃຫ້ແກ່ແຂວງໄຊຍະບູລີ ໃຫ້ກ້າວໄປອີກຂັ້ນໜຶ່ງ.

ສ່ວນວ່າພິທີເປີດດ່ານປາງມອນເປັນດ່ານສາກົນນັ້ນ ຍັງບໍ່ທັນມີລາຍງານ ຈັ່ງໃດກໍ່ດີໃຈນຳຊາວແຂວງໄຊຍະບູລີ ໂດຍສະເພາະຊາວເມືອງຄອບ ທີ່ຈະສາມາດທຳມາຄ້າຂາຍໄດ້ສະດວກຂຶ້ນ ແລະເສດຖະກິດຂອງທ້ອງຖິ່ນຈະດີຂຶ້ນແນ່ນອນຫຼັງຈາກນີ້ ທີ່ສຳຄັນການພັດທະນາກຽມເງື່ອນໄຂຮອງຮັບຕ້ອງກຽມພ້ອມນຳໃຊ້ທ່າແຮງໃຫ້ເກີດປະໂຫຍດສູງສຸດ.