ສູດແໜມບົດ-ກະດູກອ່ອນໝູ

102

ແໜມຄືອາຫານທີ່ເຮັດຈາກການນຳເອົາຊີ້ນສັດໄປໝັກໃຫ້ສົ້ມ, ແໜມທີ່ເຮັດຂາຍທົ່ວໄປຕາມທ້ອງຕະຫຼາດ ຫຼື ຕາມຮ້ານອາຫານມັກປະສົມດິນປະສິວຕະຫຼອດຈົນມີບັນຫາຄວາມສະອາດໃນການປຸງແຕ່ງ ຄວາມຈິງແໜມນັ້ນເຮັດໄດ້ງ່າຍ ແລະ ເຮັດເອງໄດ້ໂດຍບໍ່ຕ້ອງເສຍເງິນເລີຍ ມື້ນີ້ ພວກເຮົາຈະມາແນະນຳສູດແໜມໝູບົດ ແລະ ແໜມກະດູກໝູອ່ອນແບບງ່າຍໆ, ແຊບ, ສະອາດ ແລະ ບໍ່ມີສານຕົກຄ້າງ.

ສ່ວນປະສົມ:

1 ຊີ້ນໝູ 500 ກຣາມ, ໜັງໝູຕົ້ມສຸກຊອຍບາງໆ 300 ກຣາມ (ສຳລັບໝູບົດ) ຫຼື ກະດູກໝູ່ອ່ອນ 800 ກຣາມ (ສໍາລັບແໜມກະດູກໝູອ່ອນ)

2 ກະທຽມຕຳລະອຽດ 4 ບ່ວງ, ເກືອ 1 ບ່ວງ.

3 ເຂົ້າໜຽວນື້ງ ຫຼື ເຂົ້າສ່ວຍສຸກ 1 ຖ້ວຍ ລ້າງນ້ຳແລ້ວສະເດັດໃຫ້ແຫ້ງ.

4 ໝາກເພັດຂີ້ໜູສົດ 20 ໜ່ວຍ.

5 ຖົງຢ່າງພລາສະຕິດໃສ່ອາຫານ ແລະ ຢາງກະຕີວ.

ວິທີເຮັດ:

ນຳກະທຽມທີ່ຕຳລະອຽດກັບເກືອມາປະສົມກັນກັບຊີ້ນໝູ ແລະ ກະດູກໝູອ່ອນ ໃສ່ເຂົ້າໜຽວນື້ງ ຫຼື ເຂົ້າສ່ວຍສຸກລົງໄປແລ້ວຂົນເຂົ້າກັນແລ້ວປໄວ້ໃຫ້ສ່ວນປະສົມເນື້ອເນື້ອແລ້ວ ນຳເອົາໝາກເພັດຂີ້ໜູສົດໃສ່ລົງໄປກະຈາຍໃຫ້ທົ່ວ.

ຕັກຊີ້ນໝູ ກັບ ກະດູກໝູອ່ອນ ທີ່ປະສົມສຳເລັດແລ້ວໃສ່ຖົງຢາງພລາລາສະຕິກປະມານ 1/3 ຂອງຖົງຢາງແລ້ວຈັບສ່ວນທີ່ບັນຈຸໝູ່ຄ່ອຍໆມ້ວນໃຫ້ໄລ່ອາກາດອອກ ເມື່ອມ້ວນສຳເລັດແລ້ວ ໃຫ້ໃສ່ຊ້ອນຖົງຢາງອີກ ປະມານ 1-2 ຊັ້ນ ແລ້ວນໍາຢາງກະຕີວຮັດຫົວທ້າຍໃຫ້ແໜ້ນແລ້ວເກັບໄວ້ໃນອຸນຫະພູມຫ້ອງປະມານ 2-3 ວັນ ຈະສັງເກດຊີ້ນໝູມີສີຊີດລົງ ແລະ ມີກິ່ນສົ້ມໆ.

ເວລາກິນໃຫ້ນຳມາທອດ ຫຼື ປີງ ແລະ ກິນຮ່ວມກັບຜັກສົດ.