ທ່ານ ບຸນທັນ ສຸວັນນະລາດ ເປັນເຈົ້າເມືອງຍົມມະລາດຄົນໃໝ່

141

ທ້າຍອາທິດຜ່ານມາ ເມືອງຍົມມະລາດ ໄດ້ຈັດພິທີມອບ – ຮັບໜ້າທີ່ວຽກງານເຈົ້າເມືອງຜູ້ເກົ່າ ແລະ ເຈົ້າເມືອງຜູ້ໃໝ່ ໃຫ້ກຽດເປັນປະທານໂດຍ ທ່ານ ພົມມາ ພັນທະສັງສີ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ເຊິ່ງມີບັນດາພະແນກການອ້ອມຂ້າງແຂວງ, ອ້ອມຂ້າງເມືອງ, ຄະນະພັກ – ຄະນະຫ້ອງການ, ພະນັກງານອາວຸໂສບຳນານ ແລະ ນາຍບ້ານພາຍໃນເມືອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ແກ້ວ ວົງພະຈັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 208/ຄລສພ ລົງວັນທີ 29 ຕຸລາ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ – ຮັບອຸດໜູນບຳນານ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 369/ຈຂ,ຄມ ລົງວັນທີ 16 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງເຈົ້າເມືອງຍົມມະລາດ, ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງຜູ້ເກົ່າໄດ້ຂຶ້ນຜ່ານບົດບັນທຶກມອບ – ຮັບໜ້າທີ່ວຽກງານລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ເຊິ່ງສະແດງໃຫ້ເຫັນເຖິງຜົນງານທີ່ຍາດມາໄດ້ຢ່າງຫຼວງຫຼາຍ ໂດຍສະເພາະວຽກງານການລົງທຶນຂອງລັດ, ຂອງເອກະຊົນ ແລະ ຂອງປະຊາຊົນ ເຊິ່ງໃນໄລຍະ 5 ປີຜ່ານມາ ເຫັນວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ຫຼັງຈາກນັ້ນ, ທັງ 2 ທ່ານກໍໄດ້ລົງນາມເຊັນບົດບັນທຶກມອບ – ຮັບໜ້າທີ່ວຽກງານຮ່ວມກັນ ລະຫວ່າງ ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງຜູ້ເກົ່າ ແລະ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຜູ້ໃໝ່ ໃນຕອນທ້າຍກອງປະຊຸມທີ່ມີຄວາມໝາຍສຳຄັນດັ່ງກ່າວນັ້ນ, ທ່ານ ພົມມາ ພັນທະສັງສີ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ຍັງໄດ້ໂອ້ລົມຕໍ່ກອງປະຊຸມດ້ວຍ.