ຊົມເຊີຍ ອາຣິຍາ ນັກລົດຖີບລາວຄອງເສື້ອເຫຼືອງທັງ 3 ສະໜາມຄວ້າແຊັມ ທີ່ກໍາປູເຈຍ

75

ອາຣິຍາ ພູນສະຫວັດ ນັກກີລາລົດຖີບ ທີມຊາດລາວ ເຈົ້າຂອງຫຼຽນເງິນ ໃນງານມະຫະກໍາກີລາຊີເກມ 2019 ທີ່ປະເທດຟິລິບປິນ ຄອງເສື້ອເຫຼືອງ ( ຜູ້ນໍາເວລາລວມ ) ໄດ້ທັງ 3 ສະໜາມ ຄວ້າແຊັມລາຍການ Combodia Bay Cycling Tour 2020 ທີ່ປະເທດກໍາປູເຈຍ ເມື່ອວັນທີ 6 ມັງກອນ 2020

ກ່ອນໜ້ານີ້ ອາຣິຍາ ຄວ້າແຊັມສະໜາມທໍາອິດໃນວັນທີ 4 ມັງກອນ 2020 ໄລຍະທາງ 153 ກິໂລແມັດ ຈາກເມືອງ Dala Sakor ຫາເມືອງ Koh kong ປະເພດ ເຈົ້າພູເຂົ້າ ( KOM ) ກັບນັກກີລາເກືອບ 100 ຄົນຈາກ 10 ປະເທດໃນອາຊີ ພ້ອມຄວ້າເສື້ອເຫຼືອງ ( ເສື້ອຜູ້ນໍາໃນຕາຕະລາງຄະແນນລວມ ) ມາສວມໃສ່.

ສ່ວນສະໜາມທີ 2 ຈັດຂຶ້ນໃນວັນທີ 5 ມັງກອນ 2020 ຈາກເມືອງ Botum Sakor ຫາ Bokor Hill ໄລຍະທາງ 172 ກິໂລແມັດ ເປັນພູ ທີ່ສູງຊັນ ອາຣິຍາ ສາມາດຮັກສາເວລາລວມໄວ້ໄດ້.

ຂະນະທີ່ ສະໜາມທີ 3 ສະໜາມສຸດທ້າຍຈັດຂຶ້ນວັນທີ 6 ມັງກອນ 2020 ໄລຍະທາງ 148 ກິໂລແມັດ ອາຣິຍາ ສາມາດຮັກສາເວລາລວມໄວໄດ້ ຈາກການຊ່ວຍເຫຼືອຂອງເພື່ອນຮ່ວມທີມ ຄວ້າແຊ້ມໄປຄອງ ແລະ ເປັນແຊ້ມລາຍການທໍາອິດຂອງປີ 2020 ພ້ອມກັບເກັບຄະແນນສະສົມ ເພື່ອລຸ້ນໄປຮ່ວມ ໂອແລມປິກ 2020 ທີ່ຍີ່ປຸ່ນ ໃນກາງປີນີ້.

ສໍາລັບ ຄະນະນໍາ ແລະ ນັກກີລາລົດຖີບທີມຊາດລາວ ຊຸດນີ້ ລວມທັງໝົດມີ 7 ທ່ານ ( ນັກກີລາ 5 ຄົນ ) ປະກອບມີ: ທ່ານ ກາບຊ້ອນ ສຸວັນນະຣາຊ ເລຂາທິການສະຫະພັນກີລາລົດຖີບແຫ່ງຊາດລາວ ທັງເປັນຫົວໜ້າຄະນະ ແລະ ທ່ານ ບຸນຍາສິດ ວົງຄຳຕາ ຮອງຫົວໜ້າຄະນະ, ສ່ວນນັກກີລາປະກອບມີ: ອາຣິຍາ ພູນສະຫວັດ ຫົວໜ້າທີມ, ຖາວອນ ພົນອາສາ, ທະວີສັກ ສຸວັນນະຣາຊ, ລຳເງີນ ວັນນະສຸກ ແລະ ສຸດທິສັກ ວັນດີລາ.

( ຄໍາສອນ; ຂໍ້ມູນຄັດຈາກ: ເກາະຕິດ ວົງການກິລາລາວ )

ຮູບຈາກ: Alex Ariya Phounsavath Fanpage