ລາວ – ຈີນ ສ້າງກິດຈະກຳແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມ

232

ໃນທ້າຍປີຜ່ານມາ ສະຖານີວິທະຍຸ – ໂທລະພາບແຂວງ ກວາງຊີ ສປ ຈີນ ໄດ້ຈັດງານພົບປະສັງສັນຜູ້ກໍ່ສ້າງຊາວໜຸ່ມ ລາວ – ຈີນ ພາຍໃຕ້ຫົວຂໍ້ “ ພວກເຮົາລ້ວນແຕ່ເປັນຄົນລ່າຝັນ ” ແລະ ກິດຈະກໍາແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມພາຍໃຕ້ຫົວຂໍ້ “ ເລື່ອງເລົ່າສອງເມືອງ ” ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ປະຈໍາປີ 2019 ໄດ້ຈັດຂຶ້ນທີ່ນະຄອນຊາງຊາ ແຂວງຮູນານ ສປ ຈີນ.

ຮ່ວມກິດຈະກໍາ

ໂດຍການເຂົ້າຮ່ວມຂອງ ທ່ານ ສີທົນ ວິໄລຮັກ ຫົວໜ້າກົງສຸນໃຫຍ່ ສປປ ລາວ ປະຈໍານະຄອນຊາງຊາ ສປ ຈີນ, ທ່ານ ມາຈຽນ ຫົວໜ້າຊ່ອງສາກົນ ສະຖານີວິທະຍຸ – ໂທລະພາບແຂວງກວາງຊີ ສປ ຈີນ, ທ່ານ ຫຼີວຄາຍ ຫົວໜ້າຊ່ອງພາບພະຍົນສະຖານີວິທະຍຸ – ໂທລະພາບແຂວງກວາງຊີ ສປ ຈີນ, ທ່ານ ເຊີນອີມີນ ຫົວໜ້າຫ້ອງການສະມາຄົມມິດຕະພາບຕໍ່ຕ່າງປະເທດ ແຂວງຮູນານ ສປ ຈີນ ພ້ອມດ້ວຍຜູ້ກໍ່ສ້າງຊາວໜຸ່ມ ຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມ.

ແລກປ່ຽນວັດທະນະທໍາ

ກິດຈະກຳດັ່ງກ່າວຜູ້ກໍ່ສ້າງຊາວໜຸ່ມຈາກ ສປປ ລາວ ແລະ ສປ ຈີນ ຕ່າງກໍໄດ້ສະແດງສິລະປະວັນນະຄະດີ ເພື່ອສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ ໂດຍຝ່າຍລາວໄດ້ສະແດງບົດຟ້ອນ “ ມ່ວນຊື່ນບຸນອອກພັນສາ ”, “ ສາວລາວ ”, “ ອວຍພອນທ່ານຈົ່ງມ່ວນຊື່ນ ”, “ ສາວວັງວຽງ ” ແລະ ລາຍການສິລະປະອື່ນໆທີ່ມີເອກະລັກສະເພາະຂອງລາວ. ສ່ວນຝ່າຍຈີນໄດ້ນໍາສະເໜີບົດເພງ ແລະ ບົດຟ້ອນ “ ສາວໆ ”, “ ອວຍພອນທ່ານຈົ່ງໂຊກດີ ”, “ແມ່ນໍ້າແຫ່ງມິດຕະພາບ ” ແລະ ລາຍການອື່ນໆທີ່ມີເອກະລັກສະເພາະຂອງຈີນ ທີ່ເຕັມໄປດ້ວຍບັນຍາກາດແຫ່ງບຸນປະເພນີປີໃໝ່ຈີນ.

ຜູ້ຕາງໜ້າຈາກ 2 ປະເທດ ຍັງໄດ້ເຫັນ “ ສິລະປະປັກແສ່ວຂອງແຂວງຮູນານ ” ເຊິ່ງເປັນມໍລະດົກວັດທະນະທໍານາມມະທຳຂອງຈີນ ທີ່ມີປະຫວັດຍາວນານກວ່າ 2 ພັນປີ ເຊິ່ງຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນຫໍ່ເຂົ້າໜົມບົວລອຍ, ຕັດເຈ້ຍຕິດປ່ອງຢ້ຽມ, ຂຽນກາບກອນຕິດໜ້າປະຕູ ແລະ ກິດຈະກຳທີ່ເປັນຮີດຄອງປະເພນີບຸນປີໃໝ່ຂອງຈີນ. ຫຼັງຈາກຈັດກິດຈະກໍາແລກປ່ຽນວັດທະນະທຳລະ ຫວ່າງຊາວໜຸ່ມຢູ່ນະຄອນຊາງຊາ ແຂວງຮູນານ ສປ ຈີນ ສໍາເລັດແລ້ວ ໃນວັນທີ 10 ມັງກອນ 2020 ແມ່ນຈະຈັດທີ່ນະຄອນຫຼວງວຽງຈັນ ສປປ ລາວ ເພື່ອເປັນການເສີມຂະຫຍາຍການຮ່ວມມືລະຫວ່າງແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ, ສ້າງ ຄວາມສາມັກຄີ ແລະ ເຕົ້າໂຮມກຳລັງໃຫ້ແກ່ການສ້າງສາພັດທະນາ ລາວ – ຈີນ.