ພຸດດິ້ງແກ່ນຜັກອີ່ຕູ່ ຂອງຫວານສຳລັບສຸຂະພາບທີ່ດີ

161

ແກ່ນຜັກອີ່ຕູ່ ຊ່ວຍຄວບຄຸມນ້ຳໜັກເພາະຊ່ວຍຫຼຸດລະດັບຄໍເລັສເຕີຣອລ ແລະ ມີຄຸນປະໂຫຍດໃນການຊ່ວຍປ່ຽນຄໍເລັສເຕີຣອລເປັນກົດນ້ຳດີ ເຊິ່ງຈະມີຜົນໄປຫຼຸດສະເພາະຄໍເລັສເຕີຣອລທີ່ບໍ່ດີ ( LDL ) ແຕ່ບໍ່ມີຜົນໃດໆຕໍ່ກັບຄໍເລັສເຕີຣອລຊະນິດດີ ( HDL ).

ສ່ວນປະສົມ:

1 ໂຢເກິດລົດທຳມະຊາດ 3 ບ່ວງແກງ.

2 ນົມສົດ 400 ມິນລີລິດ.

3 ແກ່ນຜັກອີ່ຕູ່ 1/4 ຖ້ວຍນ້ອຍ.

4 ນ້ຳເຜິ້ງ 1 ບ່ວງແກງ.

5 ກິ່ນວານິລາ 1 ບ່ວງກາເຟ.

ວິທີປຸງແຕ່ງ:

ກ່ອນອື່ນຕ້ອງເອົາແກ່ນຜັກອີ່ຕູ່ໄປແຊ່ໃນນ້ຳດື່ມຈົນມັນຟູເຕັມທີ່ກ່ອນປະມານ 20 – 30 ນາທີ ແລະ ຈຶ່ງນຳມາຕອງເອົາແຕ່ແກ່ນຜັກອີ່ຕູ່ໄວ້. ຈາກນັ້ນ, ເອົາຖ້ວຍໃຫຍ່ມາປະສົມໂຢເກິດ ແລະ ນົມສົດໃຫ້ເຂົ້າກັນດີກ່ອນຈຶ່ງເອົາແກ່ນຜັກອີ່ຕູ່ລົງ.

ຄົນໃຫ້ທຸກຢ່າງເຂົ້າກັນດີອີກຄັ້ງກ່ອນຈຶ່ງເອົານ້ຳເຜິ້ງລົງແລ້ວຕັກສ່ວນປະສົມໃສ່ຖ້ວຍ, ຈອກ ຫຼື ພາຊະນະທີ່ຈະໃຊ້ ແລະ ນຳໄປແຊ່ໄວ້ໃນຕູ້ເຢັນປະໄວ້ຄືນໜຶ່ງ ຫຼື ຢ່າງຕ່ຳສຸດ 3 ຊົ່ວໂມງ. ກ່ອນຈະນຳມາເສີບໃຫ້ໂຮຍໜ້າດ້ວຍໝາກໄມ້ແຫ້ງ ຫຼື ໝາກໄມ້ສົດຊະນິດຕ່າງໆ ເຊັ່ນ: ໝາກມ່ວງ, ໝາກກ້ວຍ, ກີວີ, ສະຕໍເບີຣີ, ບຣູເບີ ຣີ, ໝາກລາແຊັງ ແລະ ອື່ນໆຕາມໃຈມັກ.

ຂໍ້ມູນຈາກ: sistacafe.com; ຮຽບຮຽງ: ນຸ້ມນິ້ມ