ນັກທຸລະກິດຍີ່ປຸ່ນ ສົນໃຈລົງທຶນຜະລິດໄຟຟ້າແສງຕາເວັນຢູ່ ສປປ ລາວ

260

ກົມແຜນການ ແລະ ຮ່ວມ ມື, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ), ກຸ່ມບໍລິສັດ Kyocera ປະເທດຍີ່ປຸ່ນ ແລະ ບໍລິສັດ ເອເອັມແຊັດ ກຣຸບ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຄົ້ນຄວ້າ ແລະ ພັດທະນາ ເພື່ອການຜະລິດພະລັງງານໄຟຟ້າແສງຕາເວັນຢູ່ ສປປ ລາວ.

ໂອກາດນີ້, ທ່ານ Akihito KUBOTA ປະທານ ກຸ່ມບໍລິສັດ Kyocera Corporation ປະເທດຍີ່ປຸ່ນ ກ່າວວ່າ: ກຸ່ມບໍລິສັດ Kyocera ຂອງພວກເຮົາໄດ້ເລີ່ມຕົ້ນທຸລະກິດກ່ຽວກັບການຜະລິດພະລັງງານໄຟຟ້າແສງຕາເວັນ ຕັ້ງແຕ່ 1975 ເປັນຕົ້ນມາ ເຊິ່ງ ທ່ານ ອິນະໂມລິ ເປັນຜູ້ກໍ່ຕັ້ງບໍລິສັດໄດ້ມີແນວຄິດວ່າ: ເຕັກໂນໂລຊີຜະລິດພະລັງງານໄຟຟ້າແສງຕາເວັນ ຖືເປັນພະລັງງານໜຶ່ງທີ່ມີຄວາມສຳຄັນເພື່ອຮັບໃຊ້ໃນການພັດທະນາເສດຖະກິດ – ສັງຄົມ. ດັ່ງນັ້ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງກະຊວງ ກວຕ ແລະ ກຸ່ມບໍລິສັດ ເອເອັມແຊັດ ກຣຸບ ທີ່ໄດ້ຮ່ວມກັນສຶກສາ ຄວາມເປັນໄປໄດ້ໃນຄັ້ງນີ້, ພວກເຮົາຫວັງຢ່າງຍິ່ງວ່າເຕັກໂນໂລຊີ ແລະ ແຜງຜະລິດພະລັງງານແສງຕາເວັນຂອງພວກເຮົາ ຈະເປັນສ່ວນໜຶ່ງໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ.

ໂອກາດນີ້, ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງ ກວຕ ກ່າວວ່າ: ອີງຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ໃນຍຸກສະໄໝປະຕິວັດອຸດສາຫະກຳ ຄັ້ງທີ 4 ຫຼື ເອີ້ນວ່າອຸດສາຫະກໍາ 4.0 ຈຳເປັນຕ້ອງໄດ້ມີການນຳໃຊ້ ແລະ ການພັດທະນາເຕັກໂນໂລຊີ ເພື່ອຍົກສູງລະດັບຄວາມຮູ້ – ຄວາມສາມາດໃນການຄົ້ນຄວ້າ ແລະ ການພັດທະນາ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີໃຫ້ນັບມື້ສູງຂຶ້ນ. ສະນັ້ນ, ການເຊັນບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້ແມ່ນສອດຄ່ອງກັບຈຸດສຸມ ຂອງແຜນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີໃນປັດຈຸບັນ.

ອີກດ້ານໜຶ່ງກໍແມ່ນເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືໃນອະນາຄົດ ໂດຍສະເພາະແມ່ນການຍົກສູງການນໍາໃຊ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ເຊິ່ງ ບໍລິສັດ Kyocera Corporation ກໍເປັນບໍລິສັດແຖວໜ້າຂອງປະເທດຍີ່ປຸ່ນ ທີ່ມີປະສົບການສູງໃນວຽກງານດັ່ງກ່າວ.

ພິທີລົງນາມໃນບົດບັນທຶກຄັ້ງນີ້ ຈັດຂຶ້ນໃນຕອນເຊົ້າວັນທີ 29 ທັນວາ 2019 ຢູ່ ກະຊວງ ກວຕ ໃຫ້ກຽດລົງນາມຂອງ ທ່ານ ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື, ທ່ານ ນາງ ໄມຕີ ວົງຄຳຊາວ ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ທ່ານ ອາກິຮິໂຕ ກູໂບຕາ ( Mr Akihito KUBOTA ) ປະທານ ກຸ່ມບໍລິສັດ Kyocera ປະເທດຍີ່ປຸ່ນ ແລະ ທ່ານ ອາລິວັນ ສີທາລາ ປະທານ ບໍລິສັດ ເອເອັມແຊັດ ກຣຸບ ຈຳກັດ, ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕີ ກວຕ, ບັນດາທ່ານຫົວໜ້າຫ້ອງການ, ກົມ, ສະຖາບັນ, ແຂກຈາກພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານວິຊາການພາຍໃນ ກວຕ.

[ ຂ່າວ: ສົມສະຫວິນ, ຮູບ: ແສງທອງ ]