ຮູບເງົາແນວຕະຫຼົກ “ Jexi Now showing ” ຮັບຮອງວ່າຫົວຈົນນໍ້າຕາໄຫຼ

73

ເຊື່ອວ່າແຟນຮູບເງົາຫຼາຍຄົນອາດຈະຈື່ຮູບເງົາ “ HER ” ເປັນຮູບເງົາຄຸນນະພາບທີ່ກວາດລາງວັນເກືອບທຸກສະຖາບັນໃນປີ 2013 ລວມທັງຮູບເງົາ “ Electric Dream ” ໃນປີ 1984 ທີ່ໃຊ້ເປັນແຮງບັນດານໃຈ ແລະ ສ້າງເປັນຮູບເງົາ “ Jexi Now showing ” ຫຼື “ ໂປຣແກມອັດສະລິຍະເປີດປຸບວຸ່ນປັບ ” ເປັນຜົນງານການກໍາກັບຂອງ Jon Lucas ແລະ Scott Moore.

ຮູບເງົາ “ Jexi Now showing ” ຫຼື “ ໂປຣແກມອັດສະລິຍະເປີດປຸບວຸ່ນປັບ ” ເປັນການຕ້ອນຮັບ Jexi ເອໄອ ທີ່ເປັນອັດສະລິຍະປະຈໍາສະມາດໂຟນທີ່ມາພ້ອມກັບຄວາມຈິງໃຈ ແລະ ກົງໄປກົງມາພ້ອມທີ່ຈະເປັນຜູ້ຊ່ວຍ ແລະ ທີ່ປຶກສາໃນທຸກໆເລື່ອງ, ແຕ່ຕ້ອງສັນຍາມາຈະຢູ່ຄຽງຂ້າງກັນຖ້າບໍ່ດັ່ງນັ້ນຈະເກີດຄວາມວຸ່ນວາຍຂຶ້ນແນ່ນອນ ເຊິ່ງນີ້ເປັນ     ເລື່ ອງລາວທີ່ເກີດຂຶ້ນກັບຊາຍໜຸ່ມໂສດທີ່ຕິດມືຖືເປັນຊີວິດຈິດໃຈ ແລະ ເມື່ອເຂົາໄດ້ມືຖືໃໝ່ ພ້ອມທັງເຮັດໃຫ້ເຂົາໄດ້ພົບກັບ Jexi ເອໄອ ທີ່ເປັນອັດສະລິຍະແຕ່ປາກກາກາຍມາເປັນຜູ້ຊ່ວຍທີ່ໃຫ້ຄໍາປຶກສາ ແລະ ເປັນໝູ່ຮູ້ໃຈຈົນກາຍເປັນຄວາມຜູກພັນ, ແຕ່ໃນມື້ໜຶ່ງຊາຍໜຸ່ມກໍໄດ້ມີ ຄວາມຮັກເປັນຕົວເປັນຕົນແບບແທ້ຈິງຈຶ່ງບໍ່ສົນໃຈ Jexi ເອໄອ ອີກຕໍ່ໄປ Jexi ຈຶ່ງກາຍເປັນນາງມານຮ້າຍຖ້າຄຸກຄາມຊີວິດຂອງຊາຍໜຸ່ມ ແລະ ກາຍເປັນຄວາມວຸ່ນວາຍທີ່ຕ້ອງຈື່ໄປຕະຫຼອດ.

ຮູບເງົາເລື່ອງນີ້ເປັນແນວຕະຫຼົກເຮຮາ ແລະ ບວກແງ່ຄິດດີໆໃນການໃຊ້ສະມາດໂຟນ ພ້ອມທັງຄວາມຮັກທີ່ວຸ່ນວາຍຂອງຄົນກັບເຄື່ອງມືສື່ສານສາມາດເຂົ້າເບິ່ງໄດ້ແລ້ວມື້ນີ້ທຸກໂຮງຮູບເງົາ.

ຂໍ້ມູນຈາກ: Major Platinum Cineplex; ຮຽບຮຽງ: ນຸ້ມນິ້ມ