ຮູ້ໄວ 5 ກະແສຕະຫຼາດ 2020 ຮັບມືໂລກປ່ຽນ

133

ດັ່ງທີ່ຮູ້ກັນແລ້ວວ່າປັດຈຸບັນໂລກມີການປ່ຽນແປງໄວ ເພາະເປັນຍຸກແຫ່ງເຕັກໂນໂລຊີ ຄົນເຮົາໄດ້ພັດທະນາ ແລະ ນຳເອົາເຕັກໂນໂລຊີເຫຼົ່ານັ້ນເຂົ້າມາຮັບໃຊ້ໃນອຸດສາຫະກຳຕ່າງໆ ຕະຫຼອດຮອດການເຮັດການຕະຫຼາດ. ຄໍລຳຕະຫຼາດວັນນີ້ ຈະນຳສະເໜີກະແສການຕະຫຼາດ ໃນປີ 2020 ດິຈິຕອລຍັງຄົງຊົງອິດທິພົນຕໍ່ເນື່ອງ ແຕ່ການເຮັດຕະຫຼາດດິຈິຕອລຈະບໍ່ຄືອະດີດ ເພາະການປ່ຽນແປງຍັງມີຢ່າງບໍ່ຢຸດຢັ້ງ ສຳລັບກະແສທີ່ມາແຮງປີ 2020 ມີ 5 ປະເດັນ ດັ່ງນີ້:

1 Segmentation by Digital Insight ຫຼື ການແບ່ງສ່ວນຕະຫຼາດຕາມຄວາມຕ້ອງການຂອງຜູ້ບໍລິໂພກ ເຊິ່ງຈະບໍ່ແມ່ນເປັນການແບ່ງຕາມລັກສະນະປະຊາກອນ, ເພດ, ອາຍຸ, ອາຊີບ ຫຼື ລາຍໄດ້ອີກຕໍ່ໄປແຕ່ “ ຄວາມສົນໃຈ ” ຂອງຜູ້ບໍລິໂພກຈະເປັນຕົວກຳນົດວ່າຍີ່ຫໍ້ ຫຼື ແບຣນ ຈະເຮັດການຕະຫຼາດກັບກຸ່ມເປົ້າໝາຍແຕ່ລະຂັ້ນແນວໃດ ເພື່ອຕອບສະໜອງ ຄວາມຕ້ອງການດ້ານເລິກ ( Insight ) ໄດ້ຖືກຈຸດຍິ່ງຂຶ້ນ ເຊັ່ນ: ຜູ້ຍິງ, ຜູ້ຊາຍ, ໄວໜຸ່ມ, ຜູ້ອາຍຸສູງ ມີຄວາມສົນໃຈພິເສດຢູ່ພາຍໃນໃຈໃນເລື່ອງດຽວກັນ ເຊິ່ງສິ່ງເຫຼົ່ານີ້ແບຣນສາມາດ “ ຈັບ ” ດ້ານເລິກໄດ້ຜ່ານການສະແດງອອກໃນສື່ອອນລາຍຕ່າງໆ.

2 Good Data/Smart Data ຂໍ້ມູນທີ່ດີທີ່ຖືກຕ້ອງມີ ຄວາມສຳຄັນຫຼາຍໃນການເຮັດຕະຫຼາດ ແລະ ການເກັບຂໍ້ມູນລູກຄ້າຈຳນວນມະຫາສານ ( Big Data ) Data mining ການໃຊ້ປັນຍາປະດິດ ຫຼື AI ຕ່າງໆຢ່າງດຽວບໍ່ໄດ້ ເພາະຂໍ້ມູນທີ່ມີຈຳນວນຫຼາຍຄວນຈະຕ້ອງນຳໄປໃຊ້ງານຕໍ່ຍອດໃຫ້ເກີດປະໂຫຍດໄດ້ດີ ຫຼາຍກວ່າມີຂໍ້ມູນເຕັມໄປໝົດແຕ່ໃຊ້ງານບໍ່ໄດ້ “ ຂໍ້ມູນຫຼາຍບໍ່ສຳຄັນເທົ່າຂໍ້ມູນທີ່ດີ ແລະ ຂໍ້ມູນທີ່ຖືກຕ້ອງ ”.

3 Digital Social Responsibility: DSR ເມື່ອການໃຊ້ດິຈິຕອລເຖິງຈຸດໜຶ່ງ ການສະແດງຄວາມຮັບຜິດຊອບໃນໂລກດິຈິຕອລຕ້ອງຕາມມາຢ່າງຫຼີກລຽງບໍ່ໄດ້ ຫາກປຽບໂລກອັອບລາຍມີການເຮັດຕະຫຼາດທີ່ອາດຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມຈົນເກີດກິດຈະກຳເພື່ອສັງຄົມ, CSR ມີການຕະຫຼາດສີຂຽວ ( Green Marketing ) ມາຕອບແທນສັງຄົມໃນໂລກອອນລາຍ, ມີຂ່າວປອມ ( Fake News ) ເຊິ່ງເປັນປະເດັນທີ່ສັງຄົມຄຳນຶງຂຶ້ນເລື້ອຍໆ.

4 Customer insight Button ວິເຄາະຫາຄວາມຕ້ອງການດ້ານເລິກທີ່ເປັນຈຸດປ່ຽນຂອງຜູ້ບໍລິໂພກໃຫ້ພົບ ບໍ່ວ່າຈະເປັນຄວາມຢາກຮູ້, ຢາກເຫັນເພື່ອຫາກົນລະຍຸດການຕະຫຼາດເພື່ອປ່ຽນພຶດຕິກຳກຸ່ມເປົ້າໝາຍໃຫ້ໄດ້.

5 Life Line Economy ປະຕິເສດບໍ່ໄດ້ວ່າເສດຖະກິດ, ທຸລະກິດບໍ່ສາມາດຢູ່ໃນແພຼັດ ຟອມ ( platform ) ອອນລາຍຢ່າງດຽວອີກຕໍ່ໄປ, ແຕ່ຕ້ອງເຊື່ອມໂຍງກັນເພື່ອນຳໄປສູ່ການແບ່ງປັນບໍ່ວ່າຈະເປັນ Sharing Economy ຫຼື Circular Economy “ ຖ້າເຂົ້າໃຈ life line ຂອງຜູ້ຄົນຫຼາຍຂຶ້ນກໍຈະເຮັດໃຫ້ເກີດການແບ່ງປັນກັນ.

ແຕ່ຢ່າງໃດກໍຕາມ, ສິ່ງທີ່ນັກການຕະຫຼາດຍີ່ຫໍ້ຕ້ອງລຸກຂຶ້ນມາເຮັດ ຄື: ເປັນຜູ້ກຳນົດກະແສດ້ວຍຕົນເອງ, ປັບຕົວໃຫ້ທັນກັບສະຖານະການທີ່ປ່ຽນແປງຢ່າງວ່ອງໄວ ເພາະນັບມື້ ຄວາມທ້າທາຍມີຫຼາຍຂຶ້ນເລື້ອຍໆ, ນັກການຕະຫຼາດຕ້ອງປັບຕົວໃຫ້ທັນກັບການປ່ຽນແປງຕະຫຼາດ, ຜູ້ບໍລິໂພກ, ຕ້ອງເປັນນັກການຕະຫຼາດທີ່ເຄື່ອນຕົວໄວເຄື່ອນໄຫວຕະຫຼອດເວລາ, ຕ້ອງຢືດຢຸ່ນຕາມເຫດການຕາມຄວາມຕ້ອງການຂອງຜູ້ບໍລິໂພກທີ່ສະເພາະເຈາະຈົງຫຼາຍຂຶ້ນ ແລະ ຮູ້ຮອບດ້ານ, ບໍ່ພຽງຮູ້ແຕ່ທຸລະກິດຕົນເອງລວມເຖິງຮູ້ທັງໂລກອັອບລາຍ ແລະ ອອນລາຍພ້ອມ.

ຮຽບຮຽງ: ສັນຕິ; ທີ່ມາ: bangkokbiznews.com