ລັດຖະບານ ຕັ້ງເປົ້າຈັດເກັບລາຍຮັບເຂົ້າງົບປະມານ 28 ພັນກວ່າຕື້ກີບ

127

ໃນປີ 2020 ລັດຖະບານຕັ້ງເປົ້າຈັດເກັບລາຍຮັບງົບປະມານ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ເພີ່ມຂຶ້ນ 9,41% ຂອງແຜນປີ 2019, ຂະນະທີ່ການຈັດເກັບລາຍຮັບ 11 ເດືອນ ໃນປີ 2019 ປະຕິບັດໄດ້ພຽງ 77,89% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ລາຍງານກ່ຽວກັບການປະຕິບັດແຜນງົບປະມານ 11 ເດືອນ, ຄາດຄະເນໝົດປີ 2019 ແລະ ທິດທາງແຜນງົບປະມານ 2020 ຕໍ່ກອງປະຊຸມການເງິນທົ່ວປະເທດໃນກາງເດືອນທັນວາ 2019 ຜ່ານມາ ວ່າ: ແຜນງົບປະມານແຫ່ງລັດທີ່ສະພາແຫ່ງຊາດຮັບຮອງແຜນລາຍຮັບທັງໝົດ 26.502 ຕື້ກີບ. ໃນນີ້, ລາຍຮັບພາຍໃນ 24.240 ຕື້ກີບ, ລາຍຮັບຈາກການຊ່ວຍເຫຼືອລ້າ 2.065 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ 197 ຕື້ກີບ ເຊິ່ງຄາດຄະເນໝົດປີ 2019 ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຄາດວ່າຈະປະຕິບັດໄດ້ພຽງແຕ່ 25.665 ຕື້ກີບ ເທົ່າກັບ 96,84% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນຈະປະຕິບັດໄດ້ 23.474 ຕື້ກີບ ເທົ່າກັບ 96,84% ຂອງແຜນການ, ລາຍຮັບຈາກການຊ່ວຍເຫຼືອລ້າປະມານ 1.993 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນສັງຄົມ 197 ຕື້ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ສຳລັບການຈັດຕັ້ງປະຕິບັດງົບປະມານ 11 ເດືອນປີ 2019 ປະຕິບັດໄດ້ 20.641 ຕື້ກີບ ເທົ່າກັບ 77,89% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 20.061 ຕື້ກີບ ເທົ່າກັບ 82,76% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ( 2018 ) ເພີ່ມຂຶ້ນ 3% ແລະ ລາຍຮັບການຊ່ວຍເຫຼືອລ້າ 580,88 ຕື້ກີບ ເທົ່າກັບ 28,13% ຂອງແຜນການປີ, ສະເພາະລາຍຮັບສູນກາງຄຸ້ມຄອງປະຕິບັດໄດ້ 16.520 ຕື້ກີບ ເທົ່າກັບ 77,89% ຂອງແຜນການ, ລາຍຮັບທ້ອງຖິ່ນປະຕິບັດໄດ້ 4.120 ຕື້ກີບ ເທົ່າກັບ 81,64% ຂອງແຜນການປີ. ໃນນີ້, ລາຍຮັບສ່ວຍສາອາກອນ 9.513 ຕື້ກີບ ເທົ່າກັບ 77,22% ທຽບໃສ່ໄລຍະດຽວກັນຂອງປີ 2018 ເພີ່ມຂຶ້ນ 5,34%, ລາຍຮັບພາສີ 6.107 ຕື້ກີບ ເທົ່າກັບ 81,22% ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 3,5%, ລາຍຮັບຄຸ້ມຄອງການເງິນລັດວິສາຫະກິດ 2.486 ຕື້ກີບ ເທົ່າກັບ 105% ທຽບໃສ່ໄລຍະດຽວກັນຫຼຸດລົງ 3%, ລາຍຮັບຊັບສິນຂອງລັດ 1.944 ຕື້ກີບ ເທົ່າກັບ 94,85% ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 4,65%, ລາຍຮັບອື່ນໆ 8.38 ຕື້ກີບ ຂອງແຜນການປີ.

ສ່ວນການຈັດຕັ້ງປະຕິບັດລາຍຮັບຂອງທ້ອງຖິ່ນໃນ 11 ເດືອນຜ່ານມາ ມີ 3 ແຂວງທີ່ສາມາດປະຕິບັດໄດ້ເກີນແຜນ ທີ່ສະພາແຫ່ງຊາດຮັບຮອງ. ໃນນັ້ນ, ມີ: ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ; ສ່ວນແຂວງທີ່ປະຕິບັດລາຍຮັບໄດ້ເກີນ 85% ຂອງແຜນການປີ ຂຶ້ນໄປມີ 6 ແຂວງ ຄື: ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ ແລະ ແຂວງວຽງຈັນ. ນອກນັ້ນ, ແມ່ນປະຕິບັດລາຍຮັບຫຼຸດ 85% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ສຳລັບຄາດໝາຍແຜນງົບປະມານແຫ່ງລັດປີ 2020 ລາຍຮັບປະມານ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ເພີ່ມຂຶ້ນ 9,41% ທຽບໃສ່ແຜນປີ 2019. ໃນນີ້, ລາຍຮັບຈາກຂະແໜງພາສີ ແລະ ສ່ວຍສາອາກອນ 22.133 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 4.576 ຕື້ກີບ ແລະ ລາຍຮັບການຊ່ວຍເຫຼືອລ້າ 2.287 ຕື້ກີບ. ພ້ອມດຽວກັນ, ກໍວາງຄາດໝາຍລາຍຈ່າຍທັງໝົດຢູ່ໃນລະດັບ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP ເພີ່ມຂຶ້ນ 5,8% ທຽບໃສ່ແຜນການປີ 2019 ເຊິ່ງການເພີ່ມຂຶ້ນດັ່ງກ່າວເຫັນວ່າຍັງຫຼຸດຄາດໝາຍລາຍຈ່າຍທີ່ກຳນົດໄວ້ໃນແຜນດັດແກ້ 4 ປີ ທີ່ໄດ້ກຳນົດລະຫວ່າງ 22 – 24% ຂອງ GDP ແລະ ການຄາດດຸນງົບປະມານ 6.696 ຕື້ກີບ ຫຼື ເທົ່າກັບ 3,77% ຂອງ GDP.

ສ່ວນມາດຕະການດ້ານລາຍຮັບ ຕ້ອງບຸກທະລຸໃນການປະຕິຮູບຂົງເຂດລາຍຮັບດ້ວຍການຫັນເຂົ້າສູ່ການເກັບລາຍຮັບ ໂດຍລະບົບເຄື່ອງມືທີ່ທັນສະໄໝ ແລະ ຊໍາລະພັນທະງົບປະມານຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນໃນເຂດທີ່ມີເງື່ອນໄຂ ເພື່ອເຮັດໃຫ້ສາມາດຈັດເກັບລາຍຮັບຄົບຖ້ວນ ແລະ ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ. ພ້ອມນັ້ນ, ກໍຕ້ອງປັບປຸງການແບ່ງປັນຄວາມຮັບຜິດຊອບໃນການຄຸ້ມຄອງການເກັບລາຍຮັບລະຫວ່າງສູນກາງ ແລະ ທ້ອງຖິ່ນຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ແລະ ຫຼຸດຜ່ອນການຂາດດຸນຂອງທ້ອງຖິ່ນລົງເປັນກ້າວໆ. ພ້ອມນັ້ນ, ກໍຫັນການສ້າງແຜນ ແລະ ການຄຸ້ມຄອງ ແລະ ປະຕິບັດແຜນງົບປະມານໄປຕາມມາດຕາ 15 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໂດຍແຍກລາຍຮັບອອກເປັນ 4 ແຫຼ່ງໃຫຍ່ ຄື: 1). ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ, 2). ລາຍຮັບທີ່ບໍ່ແມ່ນພາສີ ແລະ ສ່ວຍສາອາກອນ, 3). ລາຍຮັບຈາກການຊ່ວຍເຫຼືອລ້າ ແລະ 4). ລາຍຮັບຈາກການປະກອບສ່ວນຂອງສັງຄົມ.