ເດືອນພະຈິກ 2019 ສປປລາວ ຂາດດຸນການຄ້າ 263ລ້ານໂດລາສະຫະລັດ

189

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2019 ບັນລຸໄດ້ຫລາຍກ່ວາ 1.000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 372 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 635 ລ້ານໂດລາສະຫະລັດ ຂະນະດຽວກັນຂາດດຸນການຄ້າປະມານ 263 ລ້ານໂດລາສະຫະລັດ.

ພາບປະກອບຂ່າວ

ສີນຄ້າສົ່ງອອກຫຼັກມູນຄ່າ 372ລ້ານໂດລາສະຫະລັດປະກອບມີ: ແຮ່ທອງ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູກໍາລັງ), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຢາງພາລາ ແລະ ງົວ,ຄວາຍ

ພາບປະກອບຂ່າວ

ທັງນີ້ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ ປະມານ 133 ລ້ານໂດລາສະຫະລັດ, ໄທ ປະມານ 81 ລ້ານໂດລາສະຫະລັດ, ສສ ຫວຽນນາມ ປະມານ 98 ລ້ານໂດລາສະຫະລັດ, ອີນເດຍ ປະມານ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 7 ລ້ານໂດລາສະຫະລັດ

ພາບປະກອບຂ່າວ

ສ່ວນໝວດສິນຄ້ານໍາເຂົ້າຫຼັກມູນຄ່າ 635ລ້ານໂດລາສະຫະລັດປະກອບມີ: ພາຫະນະທາງບົກ (ນອກຈາກລົດໄຖນາ ແລະ ລົດຈັກ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນໍ້າຕານ ແລະ ສັດທີ່ມີຊີວິດ

ພາບປະກອບຂ່າວ

ເຊິ່ງບັນດາປະເທດຫຼັກທີ່ນໍາເຂົ້າມີຄື ໄທ ປະມານ 292 ລ້ານໂດລາສະຫະລັດ, ສປ ຈີນ ປະມານ 234 ລ້ານໂດລາສະຫະລັດ, ສສ ຫວຽດນາມ ປະມານ 64 ລ້ານໂດລາສະຫະລັດ, ຍີ່ປຸ່ນ ປະມານ 10 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ປະມານ 4 ລ້ານໂດລາສະຫະລັດ.

ເຖິງຢ່າງໃດກໍ່ຕາມ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປລາວ