ບ້ານນາປຸ່ງ ເມືອງຫົງສາ ຈັດງານບຸນກິນຈຽງ

194
????????????????????????????????????

ບ້ານນາປຸ່ງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດງານບຸນກິນຈຽງ ຫຼື ນໍເປເຈົ່າ ຂອງເຜົ່າມົ້ງ ຂຶ້ນຢ່າງຄຶກຄື້ນມ່ວນຊື່ນທີ່ບ້ານດັ່ງກ່າວ ໃນທ້າຍເດືອນທັນວາຜ່ານມານີ້ ໂດຍມີ ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ພ້ອມດ້ວຍການນຳຂອງເມືອງ, ແຂກຖືກເຊີນ, ມີອໍານາດການປົກຄອງບ້ານ, ເຈົ້າກົກເຈົ້າເຫຼົ່າ, ຫົວໜ້າຊິງຊາວ ແລະ ຕະຫຼອດຮອດປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ສົມຈັນ ໄຊຈະ ນາຍບ້ານນາປຸ່ງ ໄດ້ຂຶ້ນລາຍງານວ່າ: ບຸນກິນຈຽງນອກຈາກຈະຈັດຂຶ້ນເພື່ອເປັນການປົກປັກຮັກສາຮີດຄອງປະເພນີ ສົ່ງທ້າຍປີເກົ່າຕ້ອນຮັບໃໝ່ ຂອງເຜົ່າມົ້ງແລ້ວ ຍັງເປັນການສະເຫຼີມສະຫຼອງວັນສຳຄັນຂອງຊາດຕື່ມອີກ, ທັງມີ ຄວາມພາກພູມໃຈທີ່ໄດ້ເຫັນລູກຫຼານຂອງປະຊາຊົນເຜົ່າມົ້ງ ໄດ້ພ້ອມກັນນຸ່ງຖືຊຸດປະຈຳເຜົ່າທີ່ໄດ້ຜະລິດຈາກພູມປັນຍາສີໄມ້ລາຍມືຂອງເຜົ່າມົ້ງ.

ບຸນກິນຈຽງ ຫຼື ນໍເປເຈົ່າ ຂອງພີ່ນ້ອງເຜົ່າມົ້ງແມ່ນຈັດຂຶ້ນທຸກໆປີ ເພື່ອເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ທັງເປັນການສະຫຼຸບຜົນງານໃນການຜະລິດໃນໄລຍະໜຶ່ງປີຜ່ານມາ ພ້ອມທັງວາງແຜນການຜະລິດໃນຊຸມປີຕໍ່ໄປ ເພື່ອໃຫ້ໄດ້ຮັບຜົນດີສຸມໃສ່ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.

ໂອກາດນີ້, ທ່ານເຈົ້າເມືອງຫົງສາ ໄດ້ກ່າວອວຍພອນປີໃໝ່ໃຫ້ປະຊາຊົນເຜົ່າມົ້ງຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຍືນ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພ້ອມກັນພັດທະນາໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານຍັງຮຽກຮ້ອງເຖິງປະຊາຊົນເຜົ່າມົ້ງ ຈົ່ງພ້ອມກັນສ້າງຖ່ວງທ່າ ແລະ ບາດກ້າວໃໝ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວຕື່ມອີກ.

ພາຍໃນງານໄດ້ມີຈັດກິດຈະກຳການຊົນງົວ, ການຍິງໜ້າເກັກ, ການຟ້ອນ ແລະ ການໂຍນໝາກຄອນ ອີກຕື່ມ.