ທະນາຄານພັັດທະນາລາວ ສາຂາສາລະວັນ ສະຫຼຸບວຽກງານທ້າຍປີ 2019

220

ທ່ານ ຄຳລຽນ ສິມມະວົງ ວ່າການຫົວໜ້າທະນາຄານພັດທະນາລາວ ສາຂາແຂວງສາລະວັນ ໄດ້ເປີດເຜີຍຕໍ່ສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ຄ.ສ 2020 ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ທະນາຄານພັດທະນາລາວ ສາຂາແຂວງສາລະວັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດແຜນການທຸລະກິດຂອງຕົນ ສາມາດບັນລຸຕາມແຜນການທີ່ວາງໄວ້.

ຮອດທ້າຍເດືອນພະຈິກ ແຜນລາຍຮັບປະຕິບັດໄດ້ 115%, ແຫຼ່ງທຶນປະຕິບັດໄດ້ແຜນ 105%. ນອກນັ້ນ, ທະນາຄານພັດທະນາລາວຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງສາພັດທະນາເສດຖະກິດ – ສັງຄົມຂອງແຂວງໃນການລົງທຶນໃສ່ພື້ນຖານໂຄງລ່າງຖະໜົນຫົນທາງ, ຊົນລະປະທານ, ໂຮງໝໍ, ການໃຫ້ເຊົ່າສິນເຊື່ອຂະໜາດນ້ອຍ ແລະ ກາງ ແລະ ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກໄພນໍ້າຖ້ວມ ມູນຄ່າ 28 ລ້ານກວ່າກີບ.

ໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2019 ແລະ ຕ້ອນຮັບປີໃໝ່ ຄ.ສ 2020 ນີ້, ທ່ານ ຄຳລຽນ ສິມມະວົງ ກໍໄດ້ສະແດງ ຄວາມຮູ້ບຸນຄຸນຕໍ່ການນຳພັກ – ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຊາວແຂວງສາລະວັນ ທີ່ໄດ້ອຳນວຍຄວາມສະດວກໃຫ້ ທພລ ສາມາດເຄື່ອນໄຫວໄດ້ຕາມພາລະບົດບາດ ຈົນໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.