ຊົມເຊີຍ! ສາມັກຄີປູກພືດລະດູແລ້ງຈົນເຫັນເງິນ 800ລ້ານກວ່າກີບ

196

ທ່ານ ຄຳເພັດ ເລຂາໜ່ວຍພັກນາຍບ້ານໂສຍ ເມືອງວຽງໄຊ ແຂວງຫົວພັນ ລາຍງານຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງວຽງໄຊ ທີ່ໄຂຂຶ້ນລະຫວ່າງວັນທີ 23 – 24 ທັນວາ 2019 ຜ່ານມານີ້ວ່າ: ບ້ານໂສຍ ປະກອບມີ 114 ຫຼັງຄາເຮືອນ ມີພົນລະເມືອງ 556 ຄົນ ຍິງ 267 ຄົນ, ເປັນບ້ານໜຶ່ງທີ່ມີຄວາມອຸດົມສົມບູນທາງທຳມະຊາດເໝາະສົມແກ່ການປູກພືດ ແລະ ລ້ຽງສັດ.

ໃນນັ້ນ, ການປູກພືດລະດູແລ້ງເປັນອາຊີບເສີມອັນໜຶ່ງທີ່ສ້າງລາຍຮັບໃຫ້ປະຊາຊົນຫຼາຍພໍສົມຄວນ, ການປູກພືດລະດູແລ້ງແມ່ນເລີ່ມເຮັດພາຍຫຼັງສຳເລັດການເກັບກ່ຽວເຂົ້ານາປີ ນັບແຕ່ເດືອນທັນວາຫາເດືອນພຶດສະພາຂອງທຸກໆປີ ເຊິ່ງປະກອບມີຫຼາຍຊະນິດພືດຜັກ ເປັນຕົ້ນແມ່ນ: ຜັກກາດ, ຜັກບົ່ວ, ຜັກທຽມ, ຜັກແປ້ນ, ຫອມປ້ອມ -ຜັກຊີ ແລະ ເດັ່ນກວ່າໝູ່ແມ່ນການປູກໝາກແຕງໃສ່ນາເຂົ້າ ລວມມີ 3 ປະເພດ ຄື: ໝາກແຕງເຂົ້າ, ໝາກແຕງລາຍ ແລະ ໝາກແຕງໂມ ທີ່ເປັນສາຍພັນພື້ນບ້ານ ແລະ ແຕ່ລະປີຂາຍອອກຫຼາຍຮ້ອຍໂຕນສ້າງລາຍຮັບໄດ້ຫຼາຍລ້ານກີບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄຳເພັດ ໄດ້ກ່າວຕື່ມອີກວ່າ: ໃນໄລຍະທຳອິດການປູກພືດລະດູແລ້ງໄດ້ເລີ່ມມາຈາກຄວາມຕື່ນຕົວຂອງ 2 – 3 ຄອບຄົວ ທີ່ເລີ່ມຈາກປູກໄວ້ກິນເອງໃນຄອບຄົວເທົ່ານັ້ນ, ຕໍ່ມາໄດ້ມີໂອກາດໄປຖອດຖອນບົດຮຽນນໍາເມືອງສົບເບົາ ແລະ ເມືອງຊຽງຄໍ້ ຈຶ່ງໄດ້ເລີ່ມປູກເປັນຈຳນວນຫຼາຍຂຶ້ນເພື່ອຂາຍເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວ. ຈາກນັ້ນ, ໄດ້ມີການປຸກລະດົມຖ່າຍທອດບົດຮຽນໃຫ້ຫຼາຍຄອບຄົວພາຍໃນບ້ານ ພ້ອມກັນປູກເປັນສິນຄ້າ ເພື່ອສ້າງເສດຖະກິດຄອບຄົວ, ໃນການປູກໝາກແຕງຢູ່ບ້ານໂສຍ ແມ່ນໄດ້ຮັບການຊີ້ນຳດ້ານເຕັກນິກວິຊາການຈາກພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງໄຊເປັນຕົ້ນຕໍ ໃນດ້ານການປູກ, ການເສຍຫຍ້າ, ການໃຊ້ຢາຂັບໄລ່ສັດຕູພືດ, ການບົວລະບັດຮັກສາ, ການໃສ່ຝຸ່ນ – ໃສ່ນໍ້າ ແລະ ການເກັບກູ້.

ພາບປະກອບຂ່າວເທົ່ານັ້ນ

ການປູກໝາກແຕງແມ່ນປູກໃສ່ທົ່ງນາຂອງຕົນເອງ ແລະ ນາລວມ ໃນເນື້ອທີ່ 30,56 ເຮັກຕາ ໝາຍວ່າບໍ່ມີນາບ່ອນໃດປະເປັນດິນເປົ່າວ່າງ ແລະ ບ່ອນໃດສະດວກນ້ຳແມ່ນປູກໄດ້, ໄດ້ມີການເລີ່ມປູກມາແຕ່ປີ 2013 ເປັນຕົ້ນມາ; ປີທຳອິດມີແຕ່ 2 – 3 ຄອບຄົວ ເກັບກູ້ໄດ້ພຽງແຕ່ 100 – 200 ກິໂລ. ມາຮອດປີ 2018 ໄດ້ປູກໝົດທຸກຄອບຄົວຄິດສະເລ່ຍສາມາດເກັບກູ້ໄດ້ 2 ໂຕນຕໍ່ຄົວເຮືອນ, ຂາຍອອກໃນລາຄາ 3.500 ກີບຕໍ່ກິໂລ ຄິດເປັນເງິນໄດ້ 7 ລ້ານກີບຕໍ່ຄົວເຮືອນ, ສະເລ່ຍລວມໝົດບ້ານເກັບໄດ້ 230 ໂຕນຕໍ່ປີ ສ້າງລາຍຮັບໄດ້ 805 ລ້ານກີບຕໍ່ປີ.

ພາບປະກອບຂ່າວເທົ່ານັ້ນ

ການຂາຍໝາກແຕງແຕ່ລະຊຸດສ່ວນຫຼາຍແມ່ນມີພໍ່ຄ້າ – ແມ່ຄ້າມາເກັບຊື້ເຖິງສະຖານທີ່ປູກເລີຍ; ສ່ວນຫຼາຍແມ່ນຂາຍອອກສູ່ຫວຽດນາມ ຍ້ອນທີ່ຕັ້ງຂອງບ້ານຢູ່ໃກ້ກັບດ່ານສາກົນນ້ຳໂສຍ – ນາແມວ ມີແຕ່ຈໍານວນໜ້ອຍເທົ່ານັ້ນທີ່ມາວາງຂາຍຢູ່ຕະຫຼາດ ຫຼື ຕາມທ້ອງຖະໜົນຫົນທາງ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄຳເພັດ ເລົ່າຕື່ມອີກວ່າ: ໃນໄລຍະຊຸມປີຕໍ່ໜ້າ ຄະນະພັກ – ອໍານາດການປົກຄອງບ້ານໂສຍໄດ້ຊີ້ນຳ ແລະ ເອກະພາບນຳປະຊາຊົນວ່າຈະເຮັດເປັນເຂດປອດສັດບໍ່ໄດ້ລ້ອມຮົ້ວອີກ ໝາຍວ່າຜູ້ທີ່ມີສັດລ້ຽງ ເຊັ່ນ: ງົວ – ຄວາຍ, ແບ້ ແລະ ອື່ນໆຕ້ອງລ້ຽງຢູ່ຟາມ ຫຼື ອ້ອມຮົ້ວເປັນເຂດສະເພາະ ອັນນີ້ກໍເປັນແບບແຜນການຊີ້ນໍານໍາພາຈາກຄະນະພັກ – ອຳນາດການປົກຄອງບ້ານໂສຍ ຈຸດປະສົງເພື່ອສຸມໃສ່ການປູກພືດລະດູແລ້ງໂດຍສະເພາະແມ່ນການປູກໝາກແຕງໃສ່ທົ່ງນາໃຫ້ໄດ້ຮັບຜົນຫຼາຍກວ່າເກົ່າ. ພ້ອມນັ້ນ, ຈະສືບຕໍ່ປະສານຕິດຕໍ່ພົວພັນນຳຂັ້ນເທິງ ແລະ ອະທິບາຍຊີ້ແຈງຕໍ່ປະຊາຊົນ ກ່ຽວກັບເຕັກນິກວິຊາການການປູກ, ບົວລະບັດ, ການໃຊ້ຢາປາບສັດຕູພືດ ແລະ ການເກັບກູ້; ສືບຕໍ່ຕິດຕໍ່ພົວພັນຜູ້ຮັບຊື້ ແລະ ຂັ້ນເທິງກ່ຽວກັບລາຄາຂາຍອອກທີ່ສົມເຫດສົມຜົນ.

[ ໂດຍ: ໄອແກ້ວ ]